ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມແພດຊັ້ນກາງຊຸດທີ III ຂອງໂຮງໝໍບໍລິເວນ 106 ກອງທັບ

     ໃນວັນທີ 20 ກໍລະກົດ 2016 ທີ່ຜ່ານມານີ້, ຢູ່ທີ່ສະໂມສອນໂຮງໝໍບໍລິເວນ 106 ກອງທັບ ໄດ້ຈັດຕັ້ງພິ ທີປິດຊຸດອົບຮົມແພດຊັ້ນກາງລະບົບ 2 ປີ
ຊຸດທີ III ພາຍໃຕ້ການເປັນປະທານຂອງ ພັນເອກ ບຸນເຈີ ຄຳມະວົງ ຄະນະພັກກົມໃຫຍ່ພະລາທິການກອງທັບ ມີສະຫາຍ ພັນເອກ ດຣ ພູແກ້ວ ດວງພຽງ
ແສງ ຫົວໜ້າການທະຫານໂຮງໝໍດັ່ງກ່າວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

                                 
                                                                          ມອບໃບປະກາຊະນີຍະບັດໃຫ້ນັກສຶກສາແພດຊັ້ນກາງຊຸດທີ III ຢູ່ໂຮງໝໍ 106 ກອງທັບ

     ໂອກາດນີ້ ພັນເອກ ພູແກ້ວ ດວງພຽງແສງ ຫົວໜ້າການທະຫານໂຮງໝໍບໍລິເວນ 106 ກໍໄດ້ຂຶ້ນຜ່ານບົດສະຫລຸບວຽກງານໄລຍະ 2 ປີ ຜ່ານມາເຊິ່ງໄດ້
ອົບຮົມວິຊາຮຽນທັງໝົດ 28 ພາກ, ເສັງຈົບຊັ້ນມີ 4 ພາກໃຫຍ່ ພາກວິຊາພາຍນອກ, ວິຊາພາຍໃນ, ວິຊາປະສູດ ແລະ ວິຊາພະຍາດເດັກ.

     ນອກນີ້ໃນພິທີຍັງໄດ້ມອບໃບປະກາຊະນີຍະບັດໃຫ້ກັບອ້າຍນ້ອງນັກຮຽນ 29 ສະຫາຍ ພ້ອມທັງໄດ້ປະດັບຊັ້ນຂັ້ນນາຍທະຫານຈຳນວນໜຶ່ງ ແລະມອບ
ໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນ 12 ສະຫາຍ ແລະມອບໃບຍ້ອງຍໍ ໃຫ້ຄູອາຈານ ແລະນັກຮຽນ, ຮຽນດີ, ຮຽນເກັ່ງ ທີ່ໄດ້ຮັບໃບຍ້ອງຍໍກົມໃຫຍ່ການເມືອງ
ກອງທັບ 40 ສະຫາຍ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012