ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການຈັດຕັ້ງພິທີປາຖະກະຖາລະນຶກວັນສ້າງຕັ້ງເຫລົ່າຮົບພະລາທິການຄົບຮອບ 60 ປີ

     ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2016 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາລະນຶກວັນສ້າງຕັ້ງເຫລົ່າຮົບພະລາທິການ
ກອງທັບ ປະຊາຊົນລາວຄົບຮອບ 60 ປີ ໂດຍການເປັນປະທານ ແລະປາຖະກະຖາມູນເຊື້ອຂອງສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ຄະນະພັກກະ
ຊວງ, ຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະກົມ, ຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງຂຶ້ນ
ກັບກົມໃຫຍ່ພະລາທິການກອງທັບໃນເຂດໃຈກາງເຂົ້າຮ່ວມຮັບຟັງ.

                                 
                                                                                           

     ເອກະສານທີ່ນຳມາບັນຍາຍມີຢູ່ 4 ເນື້ອໃນຄື: ເອກະສານຂະບວນວິວັດແຫ່ງການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງເຫລົ່າຮົບພະລາທິການກອງ
ທັບ ປະຊາຊົນລາວ ບັນດາບົດຮຽນຕົ້ນຕໍຂອງວຽກງານພະລາທິການໃນໄລຍະ 60 ປີຜ່ານມາ, ທາດແທ້ ແລະມູນເຊື້ອຂອງເຫລົ່າຮົບພະລາທິການຕະຫຼອດ
ໄລຍະ 60 ປີ, ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງເຫລົ່າຮົບພະລາທິການ ເຂົ້າໃນການກໍ່ສ້າງຂະແໜງການພະລາທິການຕາມທິດປະຕິວັດ, ກ້າວຂຶ້ນສູ່ແບບ
ແຜນທັນສະໄໝ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012