ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດຕັ້ງຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການສ້າງເສັ້ນທາງຫຼວງແຫ່ງຊາດ 1D

     ປະຕິບັດຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊ ແລະມອບໃບຍ້ອງຍໍໃຫ້ບັນດາສະຫາຍທີ່ມີຜົນງານ,
ຄຸນງາມຄວາມດີ ແລະອຸທິດເຫື່ອແຮງສະຕິປັນຍາ ເຂົ້າໃນການໂຄງການຍົກລະດັບທາງຫຼວງແຫ່ງຊາດ 1D ແຕ່ເມືອງຄູນ ແຂວງຊຽງຂວາງ ຫາບ້ານ ປ່າ
ຄາ ເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມຍາວທັງໝົດ 278 ກິໂລແມັດ. ເຊິ່ງໂຄງການດັ່ງກ່າວເປັນໂຄງການບູລິມະສິດຂອງລັດຖະບານ ໃນການພັດ
ທະນາເສດຖະກິດ-ສັງຄົມທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຊິ່ງນອນຢູ່ໃນພື້ນທີ່ຂອງ 3 ແຂວງຄື: ແຂວງຊຽງຂວາງ, ແຂວງໄຊ
ສົມບູນ ແລະແຂວງບໍລິຄຳໄຊ, ເສັ້ນທາງຫຼວງແຫ່ງຊາດເລກ 1D ເປັນເສັ້ນທາງພູດອຍ, ສູງຊັນ, ປູຢາງຊັ້ນ 4 ໂດຍຜ່ານ 5 ຕົວເມືອງຄື: ເມືອງຄູນ, ເມືອງຄຳເກີດ, ເມືອງທ່າໂທມ, ເມືອງວຽງທອງ ແລະເມືອງບໍລິຄັນ, ມີບັນດາໝູ່ບ້ານໃຫຍ່-ນ້ອຍ ທີ່ຢາຍລຽບຕາມເສັ້ນທາງມີທັງໝົດ 55 ບ້ານ, ມີຈຳ
ນວນຄອບຄົວທັງໝົດ 5.856 ຄອບຄົວ, ມີພົນລະເມືອງທັງໝົດ 37.513 ຄົນ, ມີແຫຼ່ງທ່ອງທຽວທາງດ້ານວັດທະນາທຳ ແລະແຫຼ່ງທ່ອງທ່ຽວທຳມະ
ຊາດຈຳນວນ 24 ແຫ່ງ, ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວເລີ່ມລົງມືກໍ່ສ້າງແຕ່ປີ 2007 ແລະສ້າງສໍາເລັດ 100%.

                                 
                                                                                           

     ດັ່ງນັ້ນພັກ-ລັດຖະບານ ແລະກະຊວງປ້ອງກັນປະເທດ ຈິ່ຶງໄດ້ຕົກລົງປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ 1 ກົມກອງລວມໝູ່, ຫຼຽນໄຊແຮງງານຊັ້ນ II
ໃຫ້ 3 ກົມກອງ, ບຸກຄົນ 15 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 4 ກົມກອງ, ບຸກຄົນ 25 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ II 2 ກົມກອງ ບຸກຄົນ 11
ສະຫາຍ, ຫຼຽນໄຊພິ ລະອາດຫານຊັ້ນ III 16 ສະຫາຍ, ຫຼຽນກາແຮງງານ 70 ສະຫາຍ, ຫຼຽນກາກຽດຕິຄຸນ 7 ສະຫາຍ, ໃບຍ້ອງຍໍລັດຖະບານ 8 ໝູ່ບ້ານ ບຸກຄົນ 25 ສະຫາຍ ແລະໃບຍ້ອງຍໍກະຊວງປ້ອງກັນປະເທດ 31 ສະຫາຍ.
     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ກໍລະກົດ 2016 ນີ້ ຢູ່ທີ່ສະໂມສອນກອງ “ຄ 587”, ໃຫ້ກຽດເຂົ້າຮ່ວມ ແລະປະດັບຫຼຽນໄຊ-ມອບໃບ
ຍ້ອງຍໍໃນຄັ້ງນີ້ ມີທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ມີທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີການນຳແຂວງຊຽງຂວາງ, ແຂວງໄຊສົມບູນ ແລະແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງ-ຮາກຖານ, ພະນັກງານ-ນັກຮົບ, ອຳນາດການປົກຄອງບ້ານ ແລະພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012