ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານແຂ່ງຂັນກີລາສາມັກຄີກຳລັງປະກອບອາວຸດທ້ອງຖິ່ນ 4 ປະເທດ

     ງານແຂ່ງຂັນກີລາສາມັກຄີກຳລັງປະກອບອາວຸດທ້ອງຖິ່ນ 4 ປະເທດຄື: ສປປ ລາວ, ສະຫະພາບ ມຽນມາ, ຣາຊະອານາຈັກໄທ ແລະສປ ຈີນ ໄດ້ຈັດ
ຂຶ້ນພາຍໃນ 2 ວັນ ລະຫວ່າງວັນທີ 19 - 20 ທັນວາ 2016 ນີ້ ທີ່ນະຄອນຊຽງຮຸ່ງ ສປ ຈີນ, ເພື່ອສ້າງກິດຈະກຳສະຫຼອງວັນຈັດຕັ້ງລາດຕະເວນຮ່ວມ 4
ປະເທດ ຄົບຮອບ 5 ປີ ສຳລັບທິມນັກກີລາທີ່ຕາງໜ້າໃຫ້ ສປປ ລາວ ແມ່ນທິມນັກກີລາຂອງກອງບັນຊາການທະຫານແຂວງຫຼວງນໍ້າທາ, ເຊິ່ງນຳພາໂດຍ
ພັນໂທ ຕູ້ຍ ຄິດທະໄຊ ຫົວໜ້າພະແນກສື່ສານທະຫານແຂວງ, ມີຫົວໜ້າຄະນະທິມນັກ ກີລາ ແລະນັກກີລາ 4 ປະເທດເຂົ້າຮ່ວມແຂ່ງຂັນຢ່າງເປັນຂະບວນ
ຟົດຟື້ນ.

                                

     ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ ມີ 3 ປະເພດກີລາຄື: ກີລາບານເຕະ, ດອກປີກໄກ່ ແລະກີລາດຶງເຊືອກ, ຜ່ານການແຂ່ງຂັນຕົວຈິງເຫັນວ່າປະເພດກີລາ
ບານເຕະຊະນະເລີດໄດ້ແກ່ທິມນັກກີລາ ສປປ ລາວ, ຮອງຊະນະເລີດໄດ້ແກ່ທິມນັກກີລາ ສປຈີນ, ປະເພດກີລາດອກປີກໄກ່ ຊະນະເລີດໄດ້ແກ່ນັກກີລາ ສປປ
ລາວ, ຮອງຊະນະເລີດໄດ້ແກ່ນັກກີລາຣາຊະອານາຈັກໄທ, ສຳລັບກີລາດຶງເຊືອກ ຊະນະເລີດໄດ້ແກ່ທິມນັກກີລາ ສປ ຈີນ, ຮອງຊະນະເລີດໄດ້ແກ່ທິມນັກກີ
ລາສະຫະພາບມຽນມາ.

     ງານແຂ່ງຂັນກີລາສາມັກຄີລະຫວ່າງກຳລັງປະກອບອາວຸດທ້ອງຖິ່ນໃກ້ຄຽງ 4 ປະເທດ ໃນຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງວັນຈັດຕັ້ງລາດຕະ
ເວນຮ່ວມ 4 ປະເທດແລ້ວ ຍັງເປັນການເສີມສ້າງຄວາມສາມັກຄີແບບເພື່ອນບ້ານໃກ້ເຮືອນຄຽງທີ່ດີເຊິ່ງກັນ ແລະກັນອີກດ້ວຍ.