ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບການເຂົ້າຮ່ວມແຂ່ງຂັນຍິງປືນກອງທັບບົກອາຊຽນ ທີ່ປະເທດຟີລິບປິນ

     ພິທີສະຫຼຸບບການເຂົ້າຮ່ວມແຂ່ງຂັນຍິງປືນກອງທັບບົກອາຊຽນຄັ້ງທີ 26 ທີ່ປະເທດຟີລິບປິນ ໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2016, ຢູ່ທີ່ກອງພັນ
199 ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ພັນເອກ ບຸນເຕົ້າ ທອງ
ມະນີລາ ຮອງຫົວ ໜ້າກົມອົບຮົມ, ມີຜູ້ຕາງໜ້າກົມພົວພັນຕ່າງປະເທດ, ຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບໃນກົມກອງ ແລະບັນດາແຂກທີ່ຖືກ
ເຊີນເຂົ້າຮ່ວມ.

                                
                               ພົນຈັດຕະວາ ຄຳລຽງ ອຸທະໄກສອນ ເປັນປະທານສະຫຼຸບບການແຂ່ງຂັນຍິງປືນກອງທັບບົກອາຊຽນທົ່ວປະເທດຟີລິບປິນ

     ພັນໂທ ສານ ແກ້ວປະເສີດ ຫົວໜ້າຄະນະຍິງປືນກອງທັບປະຊາຊົນລາວ ໄດ້ຂຶ້ນລາຍງານຜົນການເຂົ້າຮ່ວມແຂ່ງຂັນຍິງປືນກອງທັບບົກອາຊຽນຄັ້ງທີ
26 ທີ່ປະເທດຟີລິບປິນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 18 ພະຈິກ ຫາ 9 ທັນວາ 2016 ຜ່ານມາ ເຊິ່ງຄະນະຍິງປືນກອງທັບໄດ້ສົ່ງຄະນະນັກກີລາຍິງປືນທັງ
ໝົດ 43 ຄົນ ໃນນັ້ນມີຄະນະຮັບຜິດຊອບ ແລະເຈົ້າໜ້າທີ່ 12 ຄົນ, ນັກຍິງ 31 ຄົນ, ແຂ່ງຂັນມີ 5 ປະເພດປືນຄື: ປືນສັ້ນຊາຍ, ປືນສັ້ນຍິງ, ປືນເຫຼັກສັ້ນ,
ປືນເຫຼັກຍາວ ແລະປືນຈັກ ລວມມີ 22 ລາຍການ, ຜ່ານການເຂົ້າຮ່ວມແຂ່ງຂັນຕົວຈິງສາມາດສະຫຼຸບດັ່ງນີ້: ປືນເຫຼັກສັ້ນ ລວມມີ 5 ລາຍການ ບົດທີ 1
ຄະແນນເຕັມບົດ 200 ຄະແນນ ຍິງໄດ້ສູງສຸດ 166 ຄະແນນ, ຄະແນນລວມທິມ 646 ຄະແນນ ຢູ່ອັນດັບ 9, ບົດທີ 2 ຄະແນນເຕັມບົດ 200 ຄະແນນ
ຍິງໄດ້ສູງສຸດ 154 ຄະແນນ, ຄະແນນລວມທິມ 542 ຄະແນນ ຢູ່ອັນດັບທີ 9, ບົດທີ 3 ຄະແນນເຕັມບົດ 150 ຄະແນນ ຍິງໄດ້ສູງສຸດ 126 ຄະແນນ,
ຄະແນນລວມທິມ 456 ຄະແນນ ຢູ່ອັນດັບ 9, ບົດທີ 4 ຄະແນນເຕັມ 400 ຄະແນນ ຍິງໄດ້ສູງສຸດ 292 ຄະແນນ, ຢູ່ອັນດັບ 9, ບົດທີ 5 ບົດຍິງຈານ
(ຈັບເວລາ) ຍິງໄດ້ 25,40 ວິນາທີ ໄດ້ອັນດັບ 7, ປືນເຫຼັກຍາວລວມມີ 5 ລາຍການ, ບົດທີ 1 ຄະແນນເຕັມບົດ 200 ຄະແນນ ຍິງໄດ້ສູງສຸດ 142 ຄະ
ແນນ, ຄະແນນລວມທິມ 1026 ຄະແນນ ຢູ່ອັນດັບ 9, ບົດທີ 2 ຄະແນນເຕັມບົດ 100 ຄະແນນ ຍິງໄດ້ສູງສຸດ 81 ຄະແນນ, ຄະແນນລວມທີມ 543
ຄະແນນ ຢູ່ອັນດັບ 9, ບົດທີ 3 ຄະແນນເຕັມບົດ 150 ຄະແນນ ຍິງໄດ້ສູງສຸດ 119 ຄະແນນ, ຄະແນນລວມທິມ 861 ຄະແນນ ຢູ່ອັນດັບ 9, ບົດທີ 4
ແມ່ນບົດປະສານກັບປືນຈັກ, ຄະແນນເຕັມບົດ 1300 ຄະແນນ ຍິງໄດ້ສູງສຸດ 641 ຄະແນນ, ຢູ່ອັນດັບ 9, ບົດທີ 5 ບົດຍິງຈານ ຍິງໄດ້ໄວສຸດ 25,44
ວິນາທີ ໄດ້ອັນດັບ 9, ປືນສັ້ນຊາຍລວມມີ 5 ລາຍການ, ບົດທີ 1 ຄະແນນເຕັມບົດ 300 ຄະແນນ ຍິງໄດ້ສູງສຸດ 268 ຄະແນນ, ຄະແນນລວມທິມ
1016 ຄະແນນ ຢູ່ອັນດັບ 9, ບົດທີ 2 ຄະແນນເຕັມບົດ 240 ຄະແນນ ຍິງໄດ້ສູງສຸດ 219 ຄະແນນ, ຄະແນນລວມທິມ 835 ຄະແນນ ຢູ່ອັນດັບ 9,
ບົດທີ 3 ຄະແນນເຕັມບົດ 200 ຄະແນນ ຍິງໄດ້ສູງສຸດ 169 ຄະແນນ, ຄະແນນລວມທິມ 633 ຄະແນນ ຢູ່ອັນດັບ 9, ບົດທີ 4 ຄະແນນເຕັມບົດ 320
ຄະແນນ ຍິງໄດ້ສູງສຸດ 199 ຄະແນນ, ຢູ່ອັນດັບ 9, ບົດຍິງຈານ (ຈັບເວລາ) ຍິງໄດ້ໄວສຸດ 16,22 ວິນາທີ ໄດ້ອັນດັບ 7, ປືນສັ້ນຍິງລວມມີ 4 ລາຍ
ການ, ບົດທີ 1 ຄະແນນເຕັມບົດ 300 ຄະແນນ ຍິງໄດ້ສູງສຸດ 269 ຄະແນນ, ຄະແນນລວມທິມ 1053 ຄະ ແນນ ຢູ່ອັນດັບ 8, ບົດທີ 2 ຄະແນນ
ເຕັມບົດ 210 ຄະແນນ ຍິງໄດ້ສູງສຸດ 191 ຄະແນນ, ຄະແນນລວມທີມ 723 ຄະແນນ ຢູ່ອັນດັບ 8, ບົດທີ 3 ຄະແນນເຕັມບົດ 400 ຄະແນນ ຍິງ
ໄດ້ສູງສຸດ 326 ຄະແນນ, ຢູ່ອັນດັບ 8, ບົດທີ 4 ຍິງຈານ (ຈັບເວລາ) ຍິງໄດ້ໄວສຸດ 13,62 ວິນາທີ ໄດ້ອັນດັບ 8, ປືນຈັກລວມມີ 3 ລາຍການ, ບົດ
ທີ 1 ຄະແນນເຕັມບົດ 500 ຄະແນນ ຍິງໄດ້ສູງສຸດ 169 ຄະແນນ, ຄະແນນລວມທິມ 314 ຄະແນນ ຢູ່ອັນດັບ 9, ບົດທີ 2 ຄະແນນເຕັມບົດ 460 ຄະ
ແນນ ຍິງໄດ້ສູງສຸດ 292 ຄະແນນ, ຄະແນນລວມທິມ 460 ຄະແນນ ຢູ່ອັນດັບ 9, ບົດທີ 3 ຍິງຈານ(ຈັບເວລາ) ຍິງໄດ້ໄວສຸດ 1,24 ນາທີ ໄດ້ອັນດັບ
9, ສັງລວມແລ້ວ ຜ່ານການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເຖິງວ່າຈະບໍ່ໄດ້ຫຼຽນ ແລະຂັນມາຄອງຈັກໜ່ວຍກໍຕາມແຕ່ຖ້າທຽບໃສ່ປີ ຜ່ານມາແມ່ນມີສະຖິ
ຕິດີຂຶ້ນກວ່າເກົ່າຢ່າງຊັດເຈນ.

     ໂອກາດນີ້ ທ່ານ ພົນຈັດຕະວາ ຄໍາລຽງ ອຸທະໄກສອນ ກໍໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາຄັນ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກຄະນະບັນຊາ-ນັກ
ກີລາໃນກອງພັນ199 ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງຂອງຕົນໃຫ້ເລິກເຊິງ, ເອົາໃຈໃສ່ ປັບປຸງສ້າງ
ກົມກອງໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ ແລະພ້ອມກັນສືບຕໍ່ເຝິກຝົນຕົນ
ເອງເພື່ອກະກຽມໃສ່ການແຂ່ງຂັນໃນຄັ້ງຕໍ່ໄປ.