ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຄ 617 ” ກອງ “ ກ 4 ” ສຳເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

     ໃນວັນທີ 20 ທັນວາ 2016 ນີ້, ກອງ “ຄ 617” ທີ່ຂຶ້ນກັບກອງ “ກ 4” ໄດ້ສຳເລັດການຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ຢູ່ທີ່ສະໜາມ
ຫັດແອບກອງ “ກ 4” ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມລົດຕັງ-ຍານເກາະກົມໃຫ່ຍເສນາທິການກອງ
ທັບ ມີສະຫາຍ ພັນ ເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານກອງ “ກ 4” ມີການນຳພັກເມືອງອ້ອມຂ້າງ, ຄະນະຫ້ອງ, ພະແນກ ການ, ກົມກອງທີ່ຂຶ້ນ
ກັບກອງ “ກ 4 ”ພ້ອມດ້ວຍນາຍ ແລະພົນທະຫານກອງ “ຄ 617” ເຂົ້າຮ່ວມຢ່າງພ້ອມພຽງ.

                                

                     ພົນຈັດຕະວາ ບົວວັນ ບຸດທະຈັນໂທ ເຂົ້າຮ່ວມການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ຂອງກອງ 617” ກອງ 4” ສຳເລັດ

     ຜ່ານການຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ເຫັນວ່າບັນລຸໄດ້ຕາມຄາດໝາຍ, ຮັບປະກັນຄວາມປອດໄພໄດ້ 100% ການອົບຮົມຫັດແອບ
ຄັ້ງນີ້ ເພື່ອເປັນການທົບທວນຄືນທາງດ້ານສິລະປະຍຸດ-ຍຸດ ທະວິທີໃນການຍິງເປົ້າໝາຍຕົວຈິງ, ຄວາມຊຳນິ-ຊຳນານທາງດ້ານຍຸດທະວິທີ ແລະການນຳໃຊ້
ອາວຸດ-ກະສູນຂອງນາຍ ແລະພົນທະຫານໃນກົມກອງໃຫ້ສູງຂຶ້ນ ຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໜ້າທີ່ໃຫ້ມີປະສິດທິຜົນສູງ.

     ໂອກາດເຂົ້າຮ່ວມ ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ໄດ້ໃຫ້ການໂອ້ລົມ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດຫັດ
ແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ແລະໄດ້ເໜັ້ນໜັກໃຫ້ຄະນະບັນຊາຈົ່ງພ້ອມກັນກຳໃຫ້ແໜ້ນທາງດ້ານທິດສະດີ ແລະຫຼັກການຕົວຈິງ ພ້ອມກັນ
ເຮັດສຳເລັດທຸກໜ້າທີວຽກງານ, ຮັບປະກັນກຽມພ້ອມສູ້ຮົບໃຫ້ໄດ້ 100%.