ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງປາຖະກະຖາມູນເຊື້ອ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ

     ໃນຕອນເຊົ້າຂອງວັນທີ 9 ມັງກອນ 2018 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ມີພິທີປາຖະກະຖາເລົ່າ
ຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ( ວັນທີ20/01/1949-20/01/2018 ) ຂຶ້ນ. ໂດຍເປັນກຽດເລົ່າມູນເຊື້ອຂອງ ທ່ານ ພັນ
ເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກ
ງານນັກຮົບພາຍໃນກົມເຂົ້າຮ່ວມ 100 ກວ່າສະຫາຍ.


ພັນເອກ ວຽງໄຊ ສົມວິຈິດ  ເປັນປະທານປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປ

     ໃນໂອກາດນີ້, ທ່ານ ພັນເອກ ວຽງໄຊ ສົມວິຈິດ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນ, ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງ
ທັບປະຊາຊົນລາວໃນແຕ່ລະໄລຍະ ເຊິ່ງແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ນຳພາຕໍ່ສູ້ຕ້ານສັດຕູຜູ້ຮຸກຮາກ ເຮັດໃຫ້ກຳລັງປະກອບອາວຸດໄດ້ມີການເຕີບ
ໃຫຍ່ຂຶ້ນ ປະກາດສ້າງຕັ້ງໃນວັນທີ 20 ເດືອນມັງກອນ ປີ 1949 ປະທານ ໄກສອນ ພົມວິຫານ ຈິ່ງໄດ້ຕົກລົງສ້າງຕັ້ງກອງ ທັບປະຊາຊົນລາວຂຶ້ນ ຢູ່ເຂດ
ຖ້ຳແມ ມອງນ້ຳລາວຮຸ່ງພຽງສາ ເປັນບ່ອນເຄື່ອນໄຫວກໍ່ສ້າງ ແລະ ປັບປຸງກຳລັງ ນັບແຕ່ນັ້ນເປັນຕົ້ນມາກອງທັບໄດ້ມີການເຕີບໃຫຍ່ຂະຫຍາຍຕົວກວ້າງ
ອອກຈາກພາກເໜືອກໍ່ຂະຫຍາຍໄປທົ່ວປະເທດ ໃນເບື້ອງຕົ້ນເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງປຸກລະດົມຂົນຂວາຍປະຊາຊົນລຸກຮື້ຂຶ້ນຕີຕ້ານສັດຕູທຸກໂຕທີ່
ເຂົ້າມາຮຸກຮານລາວໂດຍພາຍໃຕ້ການນຳພາຂອງພັກ ຍິ່ງຕີກໍ່ຍິ່ງເຕີບໃຫຍ່ຂະຫຍາຍຕົວ ຍິ່ງຕີກໍ່ຍິ່ງໄດ້ຮັບໄຊຊະນະ ຈົນມາຮອດປີ 1975 ປະເທດລາວ
ໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ຢ່າງສະງ່າງາມ ຈາກນັ້ນເປັນຕົ້ນມາກອງທັບປະຊາຊົນລາວຈິ່ງໄດ້ຮັບມອບ
ໝາຍໃຫ້ເຮັດສອງໜ້າທີ່ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສ້າງກອງທັບໃຫ້ມີຄວາມເຂັ້ມແຂງທັນສະໄໝທັງປະລິມານ ແລະ ຄຸນນະ
ພາບ ຈາກຜົນງານ ແລະ ໄຊຊະນະດັ່ງກ່າວ ກອງທັບຈິ່ງໄດ້ຮັບນາມມະຍົດໃຫ້ເປັນກອງທັບວິລະຊົນຊອງຊາດລາວ ວິລະຊົນຄົນລາວພິລະອາດຫານຕະ
ຫຼອດມາ.


ພາບລວມພາຍໃນກອງປະຊຸມ