ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ປ.ອ ທອງລອຍ ສີລິວົງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ໃນວັນທີ 8 ມັງກອນ 2019 ນີ້, ທ່ານ ພົນຕີ ປ.ອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ໂອ້ລົມນາຍທະຫານທີ່ໄດ້ຮັບການເລ່ືອນຊ້ັນຈາກພັນຕີຂຶ້ນພັນໂທຈຳນວນ 172 ສະຫາຍ ທີ່ມາຈາກກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວກອງທັບ.


ພົນຕີ ປອ ທອງລອຍ ສີລິວົງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລ່ືອນຊ້ັນໃໝ

     ໂອກາດນີ້, ທ່ານ ພົນຕີ ປ.ອ ທອງລອຍ ສີລິວົງ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມໝາຍສໍາຄັນ ເພາະມັນໄດ້ຢັ້ງຢືນໃຫ້ເຫັນ
ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ, ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວໃຫ້
ມີຄວາມຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ. ພ້ອມກັນນີ້ ກໍແມ່ນໝາກຜົນແຫ່ງການເຝິກຝົນຫຼໍ່ຫຼອມຕົນເອງຜ່ານຂະບວນການປະຕິບັດໜ້າທີ່ຕົວຈິງ ກໍຄື
ໝາກຜົນແຫ່ງຄວາມບຸກບືນອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກອງທັບໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງ
ດ້ານປະລິມານ ແລະ ຄຸນນະພາບ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ພ້ອມກັນສືບຕໍ່ມີສະຕິເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ
ທາດການເມືອງໜັກແໜ້ນ, ຍົກສູງສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດດໍາລົງຊີວິດຢ່າງປອດໃສຂາວສະອາດ, ບໍ່ສວຍໂອກາດໃຊ້ຖານະໜ້າທີ່ຂອງຕົນໄປໃນທາງ
ທີ່ຜິດ ເພື່ອຜົນປະໂຫຍດສ່ວນຕົວ, ພະຍາຍາມຄົ້ນຄວ້າທຸກວິທີທາງເພ່ືອປັບປຸງແບບແຜນວິທີເຮັດວຽກໃຫ້ດີ ເຄົາຮົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດ
ວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ. ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ກ້າວຂຶ້ນເຮັດສໍາເລັດໜ້າທີ່ການເມືອງຂອງຕົນດ້ວຍໝາກຜົນສູງກວ່າເກົ່າ.