ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຽກງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ປະຈຳ​ປີ 2017 ມີ​ຜົນສຳ​ເລັດຫຼາຍດ້ານ

     ໃນບົດສະຫຼຸບທີ່ ພັນໂທ ຄຳບໍ່ ສຸກຂະເສີມ ຫົວໜ້າພະແນກກໍ່ສ້າງຮາກຖານການເມືອງກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບສະເໜີຕໍ່ກອງ
ປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຕາມທິດສາມສ້າງປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018, ໃນວັນ
ທີ 8 ກຸມພາ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ເປັນ
ກຽດເຂົ້າຮ່ວມຂອງທ່ານພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ມີບັນດາພະ
ນັກງານຫຼັກແຫຼ່ງແຕ່ລະພະແນກການ, ອົງການ, ກອງພົນ, ກົມກອງ ແລະ ໜ່ວຍປະຕິບັດງານຕ່າງໆ ທີ່ຂຶ້ນກັບເຂົ້າຮ່ວມ.


     ໃນບົດສະຫຼຸບສັງລວມໃຫ້ເຫັນວ່າ: ວຽກງານກໍ່ສ້າງຮາກຖານການເມືອງໃນປີ 2017 ທີ່ ຜ່ານມານັ້ນ, ເຊິ່ງມີຫຼາຍໝາກຜົນທີ່ຄະນະພັກ-ຄະນະບັນຊາ,
ພະນັກງານສະມາຊິກພັກຍາດມາໄດ້, ພ້ອມທັງປະກອບສ່ວນອັນສຳຄັນໃນການເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ. ຫັນລົງກໍ່ສ້າງຮາກຖານລົງຂົນ
ຂວາຍ, ປຸກລະດົມ, ຊຸກຍູ້ການພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ ແລະ ສຶກສາອົບຮົມການເມືອງນຳພາແນວຄິດໃນຖັນ
ແຖວພະນັກງານສະມາຊິກພັກ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີທີ່ຫວັງທຳລາຍລະບອບໃໝ່ຂອງພັກເຮົາ, ເຊື່ອມ
ຊຶມກຳແໜ້ນມະຕິຄຳສັ່ງ ແລະ ຂໍ້ກຳນົດກົດລະບຽບຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເປັນປົກກະຕິ, ເອົາໃຈໃສ່
ທາງດ້ານຄຸນທາດການເມືອງແນວຄິດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດວຽກງານວິຊາສະເພາະ ໃນນັ້ນໄດ້ເປີດຊຸດອົບຮົມວຽກງານກໍ່ສ້າງຮາກຖານໄດ້
9 ຊຸດ, ມີຜູ້ເຂົ້າຮ່ວມ 260 ກວ່າຄົນ, ນຳເອົາແນວທາງນະໂຍບາຍຂອງພັກ-ລັດລົງເຜີຍແຜ່ໃຫ້ປະຊາຊົນໄດ້ 90 ກວ່າຄັ້ງ, ມີຜູ້ເຂົ້າຮ່ວມ 3.600 ຄົນ, ອົບ ຮົມວຽກງານປ້ອງກັນຊາດໃຫ້ກອງຫຼອນໄດ້ 5 ຊຸດ, ມີຜູ້ເຂົ້າຮ່ວມ 250 ຄົນ, ນຳພາປ້ອງກັນເວນຍາມວັນບຸນສຳຄັນຕ່າງໆຂອງຊາດໄດ້ 128 ຄັ້ງ, ມີຜູ້ເຂົ້າ
ຮ່ວມ 640 ຄົນ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 30 ບ້ານ, ມີ 4.500 ກວ່າຄອບຄົວ, ສ້າງບ້ານແຮກສ່ຽວໄດ້ 9 ບ້ານ, ຄອບຄົວຕົວ
ແບບທາງດ້ານການຜະລິດໄດ້ 35 ຄອບຄົວ, ບ້ານວັດທະນະທຳໄດ້ 13 ບ້ານ, ບ້ານສາທາລະນະສຸກໄດ້ 13 ບ້ານ, ສ້າງຫ້ອງການຄະນະຊີ້ນຳຈຸດສຸມໄດ້ 1
ຫຼັງ, ສ້າງຫ້ອງການໃຫ້ພະນັກງານຮາກຖານບ້ານ ໄດ້ 5 ຫຼັງ ແລະ ສ້າງເສັ້ນທາງເຂົ້າບ້ານຕໍ່ບ້ານໄດ້ 10 ກິໂລແມັດ. ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນ
ປະກອບຄຳຄິດຄຳເຫັນໃສ່ທິດທາງແຜນການປະຈຳປີ 2018 ເພື່ອເຮັດໃຫ້ມີເນື້ອໃນສົມບູນຄົບຖ້ວນ.