ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮັບຮອງກອງພັນ 705 ເປັນກອງວັດທະນະທໍາ ນັກຮົບວັດທະນະທໍາສະໄໝທຳ​ອິດ


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດຮັບຮອງຢັ້ງຢືນ ກອງພັນ 705 ທີ່ຂື້ນກັບ ກອງພັນໃຫຍ່ 11 ເປັນກອງວັດທະນະທໍາ-ນັກຮົບວັດທະນະທໍາ ສະໄໝ 1 ໄດ້ຈັດຂຶ້ນໃນວັນ
ທີ 5 ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງຮອງຫົວໜ້າ ກົມ
ໃຫຍ່ການເມືອງກອງທັບ, ມີຄະນະນໍາກົມໃຫຍ່, ກົມນ້ອຍ, ກົມກອງເພື່ອນຈາກ ກະຊວງປ້ອງກັນຄວາມສະຫງົບ, ແຂກທີ່ຖືກເຊີນ, ຄະນະພັກ-ຄະນະບັນ
ຊາກອງພັນໃຫຍ່, ກອງພັນນ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄໍາແພງ ມີລາວັນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນ 705 ໄດ້ຜ່ານບົດລາຍງານຜົນສໍາເລັດໃນການປັບປຸງກໍ່
ສ້າງ ກອງວັດທະນະທໍາ-ນັກຮົບ ວັດທະນະທໍາປະຈໍາ ປີ 2020ຜ່ານມາເຫັນວ່າສະພາບລະບົບການຈັດຕັ້ງພາຍໃນມີຄວາມເຂັ້ມແຂງ, ຄ້າຍຄູມີຄວາມສະ
ອາດງາມຕາ, ພາຍໃນກົມກອງມີຄວາມສະຫງົບປອດໄພ, ຂະບວນການເພີ່ມພູນຜະລິດຜົນພາຍໃນກົມກອງຟົດຟື້ນແຂງແຮງ, ກົມກອງມີເງິນຄັງສະສົມ
ປະກອບສ່ວນສ້າງບັນດາພື້ນຖານໂຄງລ່າງຂອງກົມກອງໄດ້ຈໍານວນໜຶ່ງ, ໄດ້ຮັບການຢັ້ງຢືນເປັນ ກອງວັດທະນະທໍາຕິດຕໍ່ກັນ 3 ສະໄໝພະນັກງານ-ນັກຮົບ
ທຸກຄົນໄດ້ບຸກບືນຫ້າວຫັນມີຄວາມອຸ່ນອຽນທຸ່ນທ່ຽງເປັນເຈົ້າການປະຕິບັດບັນດາຂໍ້ກໍານົດກົດລະບຽບຂອງກົມກອງ ແລະ ກອງທັບ, ກົດໝາຍຂອງລັດ
ຢ່າງເຂັ້ມງວດບຸກບືນສ້າງຕົນເອງກາຍເປັນ ນັກຮົບວັດທະນະທໍາ, ປັດຈຸບັນທົ່ວກອງພັນ ມີນັກຮົບວັດທະທໍາ ທັງໝົດຈໍານວນ 240 ສະຫາຍ ກວມເອົາ
96,2 % ຂອງຈໍານວນພົນພາຍໃນກົມກອງ, ການປັບປຸງກໍ່ສ້າງສະຖານທີ່ຄ້າຍຄູກົມກອງໄດ້ມີຫ້ອງການ, ເຮືອນນອນ, ເຮືອນຄົວ, ເຮືອນແຕ່ງກິນລະບົບ
ອາຍນໍ້າ, ຫ້ອງນໍ້າ, ເຮືອນຮ້ານນັ່ງຊົມວິວ, ຮ້ານກິນດື່ມ, ຮ້ານຕັດຜົມ, ປ້າຍຄໍາຂວັນໂຄສະນາວັດທະນະທໍາ, ມີນໍ້າບາດານ, ນໍ້າປະປາໃຊ້ໄດ້ຕະຫຼອດປີ, ມີ
ສະຖານເຝິກແອບຮໍ່າຮຽນ, ເດີ່ນກີລາ, ບ່ອນທໍາການຜະລິດປູກຝັງ-ລ້ຽງສັດ, ໜອງປາ ເຊິ່ງໃນປີຜ່ານມາສາມາດສ້າງລາຍຮັບໄດ້ຈາກການປູກ, ການລ້ຽງ
ແລະ ການບໍລິການຕ່າງໆ ໄດ້ທັງໝົດ166 ລ້ານກວ່າ ກີບ ສະເລ່ຍໃສ່ຫົວຄົນໄດ້ 600.000 ກວ່າ ກີບ ຕໍ່ຄົນຕໍ່ ປີ ທຽບໃສ່ແຜນການປະຕິບັດໄດ້ລື່ນ
ຄາດຫມາຍທີ່ວາງໄວ້, ນອກຈາກການປັບປຸງກົມກອງ ແກ້ໄຂຊີວິດການເປັນຢູ່​​ເຝິກ​ແອບຮໍ່າຮຽນການເມືອງ,ການທະຫານວິຊາສະເພາະຕ່າງໆ ແລ້ວຍັງໄດ້
ປັບປຸງ ກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ ໂດຍຕິດພັນກັບການຮັກສານາມມະຍົດກອງປອດໃສເຂັ້ມແຂງໜັກແໜ້ນ.

     ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ
ກອງທັບ ວ່າດ້ວຍການຮັບຮອງຢັ້ງຢືນເອົາ ກອງພັນ 705 ທີ່ຂຶ້ນກັບ ກອງພັນໃຫຍ່ 11 ເປັນກອງວັດທະນະທໍາ-ນັກຮົບວັດທະນະທໍາ ໃຫ້ກຽດມອບໃບຢັ້ງ
ຢືນດັ່ງກ່າວໂດຍ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ແລະ ຮັບໂດຍ ສະຫາຍ ພັນໂທ ຄໍາແພງ ມີລາວັນຫົວໜ້າການເມືອງ ກອງພັນ 705.

     ໂອກາດເຂົ້າຮ່ວມພິທີຄັ້ງນິ້, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ມີຄໍາເຫັນໂອ້ລົມເນັ້ັນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງພັນ 705
ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີແບບແຜນດໍາລົງຊີວິດທີ່ສີວິໄລ, ປັບປຸງຊີວິດການເປັນຢູ່
ດ້ານວັດຖຸ ແລະ ຈິດໃຈຂອງນາຍ ແລະ ພົນທະຫານໃຫ້ນັບມື້ດີຂຶ້ນ, ເປັນເຈົ້າການເຄື່ອນໄຫວວຽກງານວັດທະນະທໍາ, ໂຄສະນາຂ່າວສານຕ່າງໆ ໃຫ້ເປັນ
ປົກກະຕິ ແລະ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນ ແລະ ທັນສະໄໝເປັນກ້າວໆ.