ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນ​ແມ່ຍິງ​ກົມ ວສ-ປສ ການທະຫານ​ ​ເປິ​ດຂະ​ບວນການ 3 ດີ ​ແລະ
ປາຖະກະຖາ​ວັນ​ແມ່ຍິງ​ສາກົນ ຄົບຮອບ 107 ປີ

                            
                                                                                  ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມເປິດຂະບວນການ 3 ດີແລະປາຖະກະຖາ
                                                                        ວັນ​ແມ່ຍິງ​ສາກົນ ຄົບຮອບ 107 ປີ ຂອງສະຫະພັນ​ແມ່ຍິງ​ກົມ ວິທະຍາສາດ-ປະຫວັດສາດ ການທະຫານ

     ຕອນ​ເຊົ້າ​ຂອງ​ວັນ​ທີ 7 ມີນາ 2017 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການ​ທະ​ຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ເຊື່ອມ​ຊຶມ
ມະຕິກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຄັ້ງ​ທີ 2 ສະ​ໄໝທີ VII ​ແລະເອກະສານ​ກ່ຽວກັບ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ພ້ອ​ມ
ທັງ​ເຫຼົ່າມູນ​ເຊື້ອ​ວັນ​ທີ 8 ມີນາ ວັນ​​ແມ່ຍິງ​ສາກົນ​ຄົບຮອບ 107 ປີ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ຮອງ​ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ, ມີ​ສະຫາຍ ພັນ​ໂທນາງ ຄຳ​ພູ ສິດທິ​ເສນ ຫົວໜ້າຫ້ອງການ​ສະຫະ​ພັນ​ແມ່ຍິງ ກົມ​ໃຫຍ່​ການ​ເມືອງ​ກອງທັບ,
ມີ​ຜູ້ຕາງໜ້າຈາກ 8 ພະ​ແນ​ກການ ຕະຫຼອດຮອດ​ສະມາຊິກ​ສະຫະພັນ​ແມ່ຍິງ​ພາຍ​ໃນ​ກົມ​ເຂົ້າ​ຮວ່ມ 60 ກວ່າ​ສະຫາຍ.


ພັນໂທ ນາງຄຳພູ ສິດທິເສນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 107 ປ

​     ໂອກາດ​ນີ້, ສະຫາຍ ພັນ​ໂທ ນາງ ຄຳ​ພູ ສິດທິ​ເສນ ກໍ່​ໄດ້ສັງ​ລວມບັນດາ​ເອກະສານທີ່​ສຳຄັນ​ເປັນ​ຕົ້ນ​ແມ່ນມະຕິ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ
ສູນ​ກາງ​ສະຫະພັນແມ່ຍິງ​ລາວ ຄັ້ງ​ທີ 2 ສະ​ໄໝທີ VII ​ແລະເອກະສານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ເປັນ​ຕົ້ນ​ແມ່ນ​ພົນລະ​ເມືອງ​ດີ, ພັດທະນາ​ດີ , ສ້າງ​ຄອບຄົວ​ດີ
ພ້ອມ​ນີ້​ຍັງ​ໄດ້​ເຫຼົ່າມູນ​ເຊື້ອ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ແມ່ຍິງ​ສາກົນວັນທີ 8 ມີນາ 1910-8 ມີນາ 2017 ​​ໃນ​ໂອກາດ​ຄົບຮອບ 107 ປີ.

     ຈຸດປະສົງ​ຂອງ​ການ​ເຊື່ອມ​ຊຶມ​ເອກະສານ​ຄັ້ງ​ນີ້ແມ່ນ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສະຫາຍ​ສະມາຊິກ​ພາຍ​ໃນໜວ່ຍຂອງ​ຕົນ ​ໄດ້​ຮັບຮູ້​ເຊື່ອມ​ຊຶມກຳ​ແໜ້ນທິດ​ທາງ
​ແຜນ​ການ​ເອກະສານຂອງ​ຂັ້ນ​ເທິງ ​ນຳ​ມາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ ​ເພື່ອ​ສ້າງ​ໃຫ້ໜວ່ຍ ​ແລະສະມາ​ຊິກ​ພັກ​ພາຍ​ໃນໜ່ວຍ​ໄດ້​ຮັບ​ການ​ປະ
ຕິບັດ ໃຫ້​ນັບ​ມື້ນັບ​ດີ​ຂຶ້ນ​.