ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການຊາວໜຸ່ມ-ກຳມະບານກອງທັບ ເຂົ້າອວຍພອນສະຫະພັນແມ່ຍິງ

     ວັນທີ 6 ມີນາ 2017 ນີ້, ຢູ່ຫ້ອງການສະຫະພັນແມ່ຍິງກອງທັບ ພັນໂທ ນາງ ອຸ່ນຄຳ ແສງຄຳຢອງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ
ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຈາກຫ້ອງ ການຊາວໜຸ່ມ-ກຳມະບານກອງທັບ ໂດຍພັນເອກ ບົວຄຳ ຄູນມີສຸກ ຫົວໜ້າຫ້ອງການກຳມະ
ບານກອງທັບ, ພັນໂທ ສຸດໃຈ ມະຫາວົງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ.

                            
                                                                                     ຫ້ອງການຊາວໜຸ່ມ-ກຳມະບານກອງທັບ ເຂົ້າອວຍພອນສະຫະພັນແມ່ຍິງ

     ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 107 ປີ ວັນທີ 8 ມີນາ 2017 ທີ່ຈະມາເຖິງ ພັນເອກ ບົວຄຳ ຄູນມີສຸກ ແລະພັນໂທ ສຸດໃຈ ມະຫາວົງ
ໄດ້ມອບກະຕ່າດອກໄມ້ໃຫ້ຫ້ອງການສະຫະພັນແມ່ຍິງກອງທັບ ແລະອວຍພອນໄຊອັນປະເສີດແກ່ຄະນະນຳຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍ
ເອື້ອຍນ້ອງແມ່ຍິງຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະຄອບຄົວ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍ.

     ໂອກາດດຽວກັນນັ້ນ ພັນໂທ ນາງ ອຸ່ນຄຳ ແສງຄຳຢອງ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງທົ່ວກອງທັບເວົ້າລວມ-ເວົ້າສະເພາະແມ່ນຫ້ອງການສະຫະພັນ
ແມ່ງຍິງກອງທັບ ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງຫ້ອງການຊາວໜຸ່ມ ແລະຫ້ອງການກຳມະບານ ທີ່ຍາມໃດກໍມີຄວາມສາມັກຄີ ແລະມີ
ຄວາມເປັນຫ່ວງເປັນໄຍ ໄດ້ນຳເອົາຄຳອວຍພອນອັນອົບອຸ່ນເຂົ້າມາອວຍພອນຫ້ອງການສະຫະພັນແມ່ຍິງ ເນື່ອງໃນໂອກາດວັນແມ່ ຍິງສາກົນວັນທີ 8
ມີນາ.