ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
 4 ແຂວງພາກເໜືອ ປະຈຳໄຕມາດ I ປີ 2017

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ 4 ແຂວງພາກເໜືອ ແລະ1 ກອງພົນ ປະຈຳໄຕມາດ I ປີ 2017 ໄດ້ໄຂຂຶ້ນໃນວັນທີ 7 ມີນາ
2017 ນີ້, ຢູ່ທີ່ສູນບັນຊາກອງບັນຊາການທະຫານແຂວງອຸ ດົມໄຊ ໂດຍການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາຈາກກອງ ບັນຊາການທະຫານແຂວງບໍ່ແກ້ວ,
ຜົ້ງສາລີ, ຫຼວງນ້ຳທາ, ກອງພົນທີ 3, ກອງບັນຊາການທະຫານແຂວງອຸດົມໄຊ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ພະນັກງານ
ຈາກກະຊວງປ້ອງກັນປະເທດເຂົ້າຮ່ວມ.

                            
                                         ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ 4 ແຂວງພາກເໜືອປະຈຳໄຕມາດ I ປີ 2017

     ໃນວາລະດຳເນີນກອງປະຊຸມ ຜູ້ຕາງໜ້າບັນດາກົມກອງໄດ້ຂຶ້ນລາຍງານສະພາບການຈັດຕັ້ງເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ແລະປາກົດ
ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະກົມກອງ ເປັນຕົ້ນແມ່ນ ສະພາບຄວາມບໍ່ສະຫງົບຕາມເສັ້ນຊາຍແດນ, ການລັກລອບຕັດໄມ້ທຳລາຍປ່າ, ຄ້າຂາຍຢາ
ເສບຕິດ, ບັນຫາສາດສະໜາ, ການຄ້າມະນຸດ, ຄົນເຂົ້າ-ອອກເມືອງຜິດກົດໝາຍ, ຂີ້ລັກ, ງັດແງະ, ຊິ່ງຊັບ, ມີອາວຸດລ່າເນື້ອໄວ້ຄອບຄອງ ແລະວຽກງານ
ອື່ນອີກ.

     ໃນຕອນທ້າຍ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນ
ດາກົມກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງພ້ອມກັນເອົາໃຈໃສ່ສືບຕໍ່ສຶກສາອົບຮົມການ
ເມືອງນຳພາແນວຄິດໃຫ້ ພະນັກງານນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ.