ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບເປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ
ແລະ ມອບໃບຢັ້ງຢືນກອງ 3 ປອດ

     ໃນວັນທີ 7 ມີນາ 2018 ນີ້, ກົມໃຫຍ່ການເມືອງກອງທັບ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບໃບຢັ້ງຢືນກອງປອດໃສ, ປອດໄພ,
ປອດຄະດີ ປະຈຳປີ 2017 ແລະ ວາງທິດທາງແຜນການປະຈຳປີ 2018 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວົງສອນ ອິນປານ
ພິມ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ ແລະ
ຕົວແທນພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນຈັດຕະວາ ວົງສອນ ອິນປານພິມ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບໃບຢັ້ງຢືນ ກອງ 3 ປອດ

     ພັນໂທ ຖາວອນ ສີຫາລາດ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການກໍ່ສ້າງກອງປອດໃສ, ປອດໄພ,
ປອດຄະດີທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2017 ເຫັນວ່າໃນ 1 ປີຜ່ານມາຄະນະພັກກົມໃຫຍ່ການເມືອງກອງທັບໄດ້ເປັນຫ່ວງເປັນໃຍໃຫ້ທິດ
ຊີ້ນຳຢ່າງໃກ້ຊິດໃຫ້ແກ່ບັນດາກົມກອງ ຂຶ້ນກັບກົມໃຫຍ່ການເມືອງກອງທັບໃນການເຄື່ອນໄຫວດຳເນີນການຊຸກຍູ້ຂະບວນການກໍ່ສ້າງກອງປອດໃສ, ປອດ
ໄພ, ປອດຄະດີຢູ່ບັນດາກົມກອງຕາມແຜນການຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ຂະບວນການກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ ບັນດາອົງ
ການຊີ້ນຳທີ່ກ່ຽວຂ້ອງຂອງກົມໃຫຍ່ການເມືອງກອງທັບ ໄດ້ເປັນເຈົ້າການຊີ້ນຳ, ຊຸກຍູ້ບັນດາກົມກອງສ້າງແຜນການຈັດຕັ້ງປະຕິບັດວາງຄາດໝາຍສູ້ຊົນ, ມີ
ອະນຸກຳມະການກວດກາປະເມີນຜົນແຕ່ລະໄລຍະດ້ວຍຄວາມຮັບຜິດຊອບສູງ, ຄະນະພັກ-ຄະນະບັນຊາ ບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງກອງ
ທັບ ໄດ້ຫັນເອົາເນື້ອໃນຂອງຂະບວນການແຂ່ງຂັນກໍ່ສ້າງກອງ 3 ປອດ ເຂົ້າໃນມະຕິນຳພາ-ບັນຊາ, ພະນັກງານ-ນັກຮົບໄດ້ປະກອບສ່ວນເຂົ້າຮ່ວມການກໍ່
ສ້າງກອງ 3 ປອດຢ່າງເປັນຂະບວນການ ກວ້າງຂວາງ ເຮັດໃຫ້ກົມກອງມີ ຄວາມສະຫງົບ, ປອດໃສ, ປອດຄະດີ ຢ່າງຕໍ່ເນື່ອງ ໂດຍປະຕິບັດຕາມແຜນການ
ກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ ທົ່ວກົມໃຫຍ່ການເມືອງກອງທັບ, ປີ 2016-2020, ກົມໃຫຍ່ການເມືອງກອງທັບ ຈຶ່ງສະຫຼຸບຕີລາຄາດ້ານຕັ້ງ
ໜ້າ, ຜົນໄດ້ຮັບປະຈຳປີ 2017 ໄດ້ດັ່ງນີ້: ກົມກອງປອດໃສ, ປອດໄພ, ປອດຄະດີ ປະເພດ I ມີ 20 ກົມກອງ, ປະເພດ II ມີ 4 ກົມກອງ, ປະເພດ III ມີ 1
ກົມກອງ, ກົມກອງໂຈະການ ຄົ້ນຄວ້າ ບໍ່ໄດ້ຄັດເລືອກ 4 ກົມກອງ ແລະ ກົມກອງທີ່ຍົກຍ້າຍມາຂຶ້ນກັບກົມໃຫຍ່ການເມືອງກອງທັບມີ 7 ກົມກອງ. ການຕີ
ລາຄາແບ່ງປະເພດການເມືອງ ພາຍໃນຂອງນາຍ ແລະ ພົນທະຫານທົ່ວກົມໃຫຍ່ການເມືອງກອງທັບ ປະເພດ I ປອດໃສ ທາງດ້ານການເມືອງ 95,23%,
ປະເພດ II ສັບສົນດ້ານວັດທະນະທຳ 1,70%, ບໍ່ໄດ້ຈັດແບ່ງ ປະເພດ 3,6% ແລະ ໄດ້ຜ່ານທິດທາງແຜນການປະຈຳປີ 2018. ໃນກອງປະຊຸມຍັງໄດ້ ປະ
ກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ຜ່ານຂໍ້ແຂ່ງຂັນອີກດ້ວຍ.

     ໂອກາດສຸດທ້າຍ ປະທານ ກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານສະ
ມາຊິກພັກ, ທຸກຄົນຕ້ອງເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ, ກໍຄືມະຕິການນຳພາຂອງໜ່ວຍພັກ, ໃນນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ
ປ້ອງກັນພາຍໃນ, ປ້ອງກັນພະນັກງານ-ນັກຮົບ ແລະ ປິ່ນອ້ອມ ໜ້າທີ່ການເມືອງຂອງກົມກອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນ, ມີຄວາມຈົງ
ຮັກພັກດີບໍລິສຸດ ສັດຊື່ຕໍ່ພັກ, ຕໍ່ປະຊາຊົນ, ເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ມີຄວາມອຸ່ນອຽນທຸ່ນທ່ຽງ, ຈູບຈ້າວຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບ
ໝາຍ.