ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານ
ການເມືອງ-ພັດທະນາ 3 ຈຸດສຸມ ແຂວງ ໄຊສົມບູນ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງ ໄຊສົມບູນ ຂອງ ກະຊວງປ້ອງກັນປະເທດ ໃນ
ໄລຍະ 5 ປີ (2015-2020) ແລະ ທິດທາງແຜນການ 5 ປີ (2021-2025) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ມີນາ 2021 ນີ້, ຢູ່ທີ່ສະໂມສອນ
ຫ້ອງວ່າການປົກຄອງ ແຂວງ ໄຊສົມບູນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ
ກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ຄຳລຽງ ອຸດທະໄກສອນ ກໍາມະການສູນກາງພັກ ເຈົ້າແຂວງໆ ໄຊສົມບູນ, ມີບັນດາສະ
ຫາຍ ຜູ້ຕາງໜ້າ ຄະນະນຳກະຊວງກະສິກຳ ແລະ ປ່າໄມ້, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ,
ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາທິການ ແລະ ກີລາ, ກະຊວງສາທາລະນະສຸກ, ຫ້ອງວ່າການສຳນັກງານນາຍົກ, ຄະນະນຳແຂວງ, ເມືອງ,
ບັນດາ ສະຫາຍ, ແຂກ ແລະ ຜູ້ແທນກອງປະຊຸມ ທີ່ມາຈາກກຳລັງ ປກຊ-ປກສ, ອໍານາດການປົກຄອງບ້ານ, ແນວໂຮມ, ພະນັກງານກໍ່ສ້າງຮາກຖານປະຈໍາ
ຈຸດສຸມ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.

     ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກ
ຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງ ໄຊສົມບູນ ໄດ້ສະຫຼຸບຕີລາຄາການກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມໃນໄລຍະ 5 ປີຜ່ານມາ
ເຊິ່ງຄະນະຊີ້ນໍາ 3 ຈຸດສຸມແຂວງ ໄຊສົມບູນ ໄດ້ສົມທົບກັບອໍານາດການປົກຄອງນຳເອົາແນວທາງນະໂຍບາຍ, ມະຕິ-ຄຳສັ່ງ ຂອງພັກ, ລະບຽບກົດໝາຍ
ຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ລົງໄປເຜີຍແຜ່, ສຶກສາອົບຮົມພໍ່ແມ່ ປະຊາຊົນບັນດາເຜົ່າ, ເຈົ້າກົກເຈົ້າເຫຼົ່າຫົວໜ້າຊິງຊ່າວທົ່ວ 3 ຈຸດສຸມ
ແລະ 14 ບ້ານຈຸດສຸມ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານ ເກີດ
ເມືອງນອນຂອງຕົນ, ມີຄວາມສາມັກຄີປອງດອງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງກໍຄືຄອບຄົວຂອງຕົນ ໃຫ້ຫຼຸດ
ພົ້ນຈາກຄວາມທຸກຍາກ, ສຶກສາອົບຮົມໃຫ້ເຫັນແຈ້ງຕໍ່ກົນ ອຸບາຍຫັບປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ຈັດຕັ້ງເຝິກອົບ
ຮົມກົດໝາຍອາຍາ, ກົດໝາຍການປົກຄອງທ້ອງຖິ່ນ, ກົດໝາຍທີ່ດິນ, ກົດໝາຍປ່າໄມ້, ກົດໝາຍຄອບຄົວ, ພາລະບົດບາດ, ສິດໜ້າທີ່ ໃຫ້ອົງການປົກ
ຄອງ, ຂະແໜງການບ້ານ, ອົງການແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການສ້າງບ້ານພັດທະນາ ແລະ ນໍາ ເອົາຟີມຮູບເງົາມູນເຊື້ອຂອງ ຊາດ,ຂອງພັກ
ແລະ ຂອງກອງທັບ, ເອກະສານພາລະບົດບາດໜ້າທີ່ເຈົ້າກົກເຈົ້າເຫຼົ່າ, ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ການຄຸ້ມຄອງ ແລະ ການເຄື່ອນໄຫວສາ
ສະໜາຢູ່ ສປປ ລາວ, ລົງໂຄສະນາເຜີຍແຜ່ຢ່າງທົ່ວເຖິງ, ຂົນຂວາຍດູດດຶງພາກສ່ວນທີ່ລີ້ຊ່ອນຢູ່ປ່າອອກມາເປັນພົນລະເມືືອງດີ.

     ສັງລວມແລ້ວໃນໄລຍະຜ່ານມາທາງສູນກາງ ແລະ ອໍານາດການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໄດ້ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບ ແລະ ຄວາມ
ທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ; ໂດຍໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ອໍານາດການປົກຄອງບ້ານ
ແລະ ປະຊາຊົນມີຄວາມຕື່ນຕົວໃນການປົກປັກຮັກສາ-ພັດທະນາບ້ານຊ່ອງ, ລະບົບປະຊາທິປະໄຕ ຢູ່ຮາກຖານບ້ານໄດ້ຮັບການປັບປຸງບູລະນະໃຫ້ເຂັ້ມແຂງ,
ໜັກແໜ້ນ, ສະພາບມີຄວາມສະ ຫງົບ, ປະຊາຊົນບັນດາເຜົ່າ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍຄືຄອບ
ຄົວຂອງຕົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການຍົກລະດັບ ແລະ ປັບປຸງດີຂຶ້ນເທື່ອລະ
ກ້າວ, ບັນດາພື້ນຖານໂຄງລ່າງ ໄດ້ຮັບການປັບປຸງກໍ່ສ້າງ ແລະ ສ້ອມແປງ, ສ້າງເງື່ອນໄຂໃນການສ້າງບ້ານພັດທະນາ ແລະ ກ້າວເປັນຕົວເມືອງນ້ອຍ ໃນຊົນ
ນະບົດໃນຕໍ່ໜ້າ, ລູກຫຼານຂອງພໍ່ແມ່ປະຊາຊົນ ໄດ້ເຂົ້າໂຮງຮຽນ ເປັນປົກກະຕິ ແລະ ເວລາເຈັບເປັນໄດ້ຮັບການປິ່ນປົວ, ການເຊື່ອຖືງົມງວາຍໄດ້ຫຼຸດລົງ
ເປັນກ້າວໆ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຄົບຖ້ວນ
ແລະ ສົມບູນຂຶ້ນຕື່ມ. ກອງປະຊຸມຍັງໄດ້ຈັດຕັ້ງພິທີຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການກໍ່ສ້າງຮາກຖານການເມືອງ-ພັດທະນາ
3 ຈຸດສຸມໃນໄລຍະ 5 ປີ ຜ່ານມາໃນນີ້, ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ, ບຸກຄົນ 7 ສະຫາຍ, ປະດັບຫຼຽນໄຊພິລະ
ອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ 4 ກົມກອງ, ບຸກຄົນ 12 ສະຫາຍ, ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ ໃຫ້ກົມກອງລວມ ໝູ່ 17 ກົມກອງ,
ບຸກຄົນ 64 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ກົມກອງລວມໝູ່ 20 ບ້ານ, ບຸກຄົນ 68 ສະຫາຍ, ໃຫ້ກຽດຂຶ້ນມອບ ແລະ ປະດັບໂດຍ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ບັນດາ ສະຫາຍ ຄະນະຊີ້ນຳ 3 ຈຸດສຸມຢ່າງສົມກຽດ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດການກໍ່ສ້າງຮາກຖານການເມືອງ-ພັດທະນາ 3
ຈຸດສຸມໄລຍະ 5 ປີ ຜ່ານມາ ແລະ ມີຄໍາເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນເປັນຕົ້ນຕ້ອງຖືເອົາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຕາມ 4
ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ ເປັນໜຶ່ງໃນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງ
ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ
(2021-2025) ຂອງແຂວງໄຊສົມບູນ. ຄະນະຊີ້ນໍາ 3 ຈຸດສຸມຕ້ອງສົມທົບແໜ້ນກັບອົງການປົກຄອງທຸກຂັ້ນ, ຕ້ອງມີການນຳພາ, ຊີ້ນຳບັນຊາວຽກນີ້ຢ່າງ
ເລິກເຊິ່ງ ແລະ ແທດເຖິງ, ມີແຜນການ, ມີຈຸດສຸມ, ຕ້ອງມີການບຳລຸງກໍ່ສ້າງຖັນແຖວ ນັກຮົບຢູ່ກັບທີ່(ຢູ່ກັບບ້ານ) ໃຫ້ພຽງພໍກັບຄວາມຕ້ອງການຈິ່ງຈະຮັບ
ປະກັນຜົນສຳເລັດ, ສືບຕໍ່ຫັນເອົາພະນັກງານວິຊາການລົງສູ່ຮາກຖານນໍາພາປະຊາຊົນເຮັດຕົວຈິງ, ພະນັກງານຮາກຖານມີບົດບາດສໍາຄັນຕໍ່ຜົນໄດ້-ຜົນເສຍ
ຂອງການຈັດຕັ້ງປະຕິບັດແນວທາງຂອງພັກ. ສະນັ້ນ, ການເລືອກເຟັ້ນເອົາພະນັກງານລົງຮາກຖານຕ້ອງແມ່ນພະນັກງານຜູ້ທີ່ໄດ້ຮັບການອົບຮົມ, ມີຫົວຄິດປະ
ດິດສ້າງ, ມີຄວາມຮູ້-ຄວາມສາມາດ, ມີພຶດຕິກໍາຕົວຈິງ ແລະ ກໍາແໜ້ນແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າປຸກລະດົມຂົນ
ຂວາຍ, ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ, ມີຄວາມຫ້າວຫັນ ທຳມາຫາກິນ ຜະລິດເປັນສິນຄ້າ ແລະ ເຮັດການບໍລິຫານສ້າງລາຍໄດ້ ເຂົ້າສູ່
ຄອບຄົວ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ. ເວົ້າລວມແລ້ວຕ້ອງສ້າງປະຊາຊົນໃຫ້ ເປັນເຈົ້າຊົນນະບົດຢ່າງແທ້ຈິງ, ເອົາໃຈໃສ່
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານໃຫ້ໜັກແໜ້ນ ເພື່ອຮັບປະກັນສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມຢູ່ຮາກ
ຖານໃຫ້ມີຄວາມສະຫງົບປອດໄພ 100%.