ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີ I ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານພິທີປະກາດ
ຮັບຮອງຄະນະພັກຊຸດໃໝ່ສະໄໝທີ I ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ

     ພິທີປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີ I ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2019, ໂດຍການເປັນປະທານຂອງ ສະ
ຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີສະຫາຍ ພົນຕີ ກີລາກອນ ບຸນນະຜົນ ກໍາມະການຄະນະພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ມີບັນດາແຂກທີ່ມາຈາກົມຈັດຕັ້ງພັກ, ກົມພະ
ນັກງານບັນດາຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າກົມຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງຄະນະພັກກົມ
ໃຫຍ່ເຕັກນິກກອງທັບສະໄໝທີ I ອີງໃສ່ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໝວດທີ 5 ມາດຕາທີ 25 ວ່າດ້ວຍສະໄໝກອງປະຊຸມຜູ້ແທນ ຫຼື ສະ
ໄໝກອງປະຊຸມສະມາຊິກພັກ. ອີງໃສ່ຜົນການປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່ ສະໄໝທີ I ຂອງຄະນະພັກກົມໃຫຍ່ເຕັກນິກກອງທັບຢ່າງເປັນທາງການຄະນະພັກກະ
ຊວງປ້ອງກັນປະເທດ ຕົກລົງມາດຕາ I ຕົກລົງຮັບຮອງເອົາຄະນະພັກ ກົມໃຫຍ່ເຕັກນິກສະໄໝທີ I ເຊິ່ງປະກອບມີບັນດາສະຫາຍດັ່ງນີ້: 1 ສະຫາຍ ພົນຕີ ກີລາກອນ ບຸນ
ນະຜົນ, 2. ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ, 3. ສະຫາຍ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ, 4. ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, 5.
ສະຫາຍ ພັນເອກ ທອງພັນ ສຸທໍາມະວົງ, 6. ສະຫາຍ ພັນເອກ ສາຍສະໝອນ ໄຊພູບານ, 7. ສະຫາຍ ພັນເອກ ບົວທອງ ເພັດລາສີ, 8. ສະຫາຍ ພັນເອກ ບຸນຖອງ ພົມມະ
ໄຊ, 9. ສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ, 10. ສະຫາຍ ພັນເອກ ນິກອນ ແກ້ວພັນໄຕ, 11. ສະຫາຍ ພັນເອກ ວົງໃສ ສຸວໍລະວົງ, 12. ສະຫາຍ ພັນໂທ ຈອມເພັດ ໄຊ
ຍະສຸກ, 13. ສະຫາຍ ພັນໂທ ບຸນຊູ ບຸດສະດີ. ມາດຕາ II ຕົກລົງຮັບຮອງເອົາຄະນະປະຈໍາພັກ ກົມໃຫຍ່ເຕັກນິກກອງທັບ ປະກອບມີບັນດາສະຫາຍດັ່ງນີ້: 1. ສະຫາຍ ພົນ
ຕີ ກີລາກອນ ບຸນນະຜົນ, 2. ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ, 3. ສະຫາຍ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ, 4. ສະຫາຍ ພົນຈັດຕະວາ ຄອນສະຫວັນ
ມິ່ງຈໍາປາບານ, 5. ສະຫາຍ ພັນເອກ ທອງພັນ ສຸທໍາມະວົງ. ມາດຕາ III ຕົກລົງຮັບຮອງເອົາເລຂາ ຮອງເລຂາຄະນະພັກກົມໃຫຍ່ເຕັກນິກກອງທັບ ປະກອບມີບັນດາສະຫາຍ
ດັ່ງນີ້: 1. ສະຫາຍ ພົນຕີ ກີລາກອນ ບຸນນະຜົນ ເປັນເລຂາຄະນະພັກ, 2. ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ເປັນຮອງເລຂາຄະນະພັກ.

     ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄະ
ນະພັກກົມໃຫຍ່ເຕັກນິກກອງທັບ ສະໄໝທີ I ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກົມໃຫຍ່ເຕັກນິກສະໄໝ
ທີ I ມັນໄດ້ສະແດງເຖີງຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະຫາຍພະນັກງານສະມາຊິກພັກໃນທົ່ວກົມໃຫຍ່ເຕັກນິກ ແລະ ສະແດງເຖິງຄວາມຮູ້ຄວາມສາມາດຄຸນສົມບັດ
ສິນທໍາປະຕິວັດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນໄລຍະຜ່ານມາ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກ່າວຕື່ມວ່າ: ການປັບປຸງບູລະນະກົງຈັກການຈັດຕັ້ງ ໂດຍສະເພາະແມ່ນການປັບປຸງລະບົບການຈັດຕັ້ງຂອງພັກ ແມ່ນກົດເກນພາ
ວະວິໄສແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ ເພາະທຸກໆອົງການຈັດຕັ້ງຂອງພັກຈະຢູ່ຂັ້ນໃດກໍຕາມ ລ້ວນແຕ່ມີການປັບປຸງໄປຕາມແຕ່ລະໄລຍະໜ້າທີ່ການເມືອງ
ຂອງຕົນເອງແຕ່ລະໄລຍະຂອງການປະຕິວັດສໍາລັບການປັບປຸງການຈັດຕັ້ງນີ້ກໍ່ແມ່ນຢູ່ໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ ທົ່ວປວງຊົນລາວບັນດາເຜົ່າພວມເບີກບານ
ມ່ວນຊື່ນສຸມໃສ່ຈັດຕັ້ງປະຕິບັດໄລຍະກາງຫາໄລຍະທ້າຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດ ເຊິ່ງ
ໄດ້ມີຜົນສໍາເລັດໃນຫຼາຍດ້ານ ເພື່ອສ້າງບັນຍາກາດສ້າງເປົ້າໝາຍບຸກທະລຸຂອງການພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາກ້າວຂຶ້ນສູ່ຄວາມ
ຈະເລີນຮັ່ງມີສີວິໄລ.

     ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກກົມໃຫຍ່ເຕັກນິກກອງທັບຊຸດນີ້ຍົກສູງບົດບາດອັນໃໝ່ໃນການປັບປຸງການຈັດຕັ້ງການພັດທະນາວຽກງານເຕັກນິກ
ເຕັກໂນໂລຊີໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.