ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການແຂ່ງຂັນກິລາກາຍະກຳເຂດ 3
ຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ງານແຂ່ງຂັນກິລາກາຍະກໍາ-ການທະຫານ ແລະ ກີລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນ
ຕອນບ່າຍ ວັນທີ 7 ພຶດສະພາ 2018 ນີ້, ທີ່ສະໜາມກິລາກອງພົນທີ 1. ໃຫັກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະ
ການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ປະທານຊີ້ນຳກິລາກາຍະກຳ-ການທະຫານ 6 ເຂດ ທົ່ວກອງທັບ, ມີ
ທ່ານ ບຸນສອນ ເພັດລາວັນ ກຳມະການຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆວຽງຈັນ, ມີຄະນະນຳກະຊວງປ້ອງກັນປະເທດ, ການນຳຂັ້ນແຂວງ, ການ
ນຳຂັ້ນເມືອງ, ຄະນະພັກ-ຄະນະບັນຊາກົມ, ກອງ, ຄູເຝິກ, ນັກກິລາ, ແຂກຖືກເຊີນຕະຫຼອດຮອດນ້ອງນັກຮຽນ-ນັກສຶກສາ ແລະ ມວນຊົນຊາວເມືອງວັງ
ວຽງ ແຂວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານເປີດການແຂ່ງຂັນກິລາກາຍະກຳເຂດ 3
ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປ

     ພັນເອກ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພົນທີ 1 ໄດ້ຜ່ານບົດລາຍງານແຜນການຈັດງານແຂ່ງຂັນກິລາກາຍະກຳ
ການທະຫານທົ່ວກອງທັບເຂດ 3 ພາກຕາເວັນອອກສ່ຽງເໜືອ (ກອງພົນທີ 1 ເປັນເຈົ້າພາບ) ໃນຄັ້ງນີ້ກ່າວວ່າ: ຈຸດປະສົງກໍເພື່ອເປັນການສ້າງຂະບວນການ
ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໜາຍຢ່າງເລິກເຊິ່ງ. ສ້າງເງື່ອນໄຂ
ໃຫ້ແກ່ນັກກິລາການທະຫານ ແລະ ກິລາມວນຊົນ, ຢູ່ອົງການ, ກົມກອງ ຕ່າງໆໄດ້ມີການພົບປະແຂ່ງຂັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການ
ສ້າງມິດຕະພາບຄວາມສາມັກຄີຮັກແພງລະຫວ່າງພະນັກງານ-ນັກຮົບຢູ່ບັນດາກົມກອງ-ຕໍ່ກົມກອງ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ແລະ ທັງເປັນການຄັດ
ເລືອກເອົາຕົວແທນນັກກີລາເຂົ້າຮ່ວມແຂ່ງຂັນກິລາທົ່ວກອງທັບ. ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ນະຄອນ
ຫຼວງວຽງຈັນ ແລະ ກະກຽມເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດທີ່ແຂວງຊຽງຂວາງຈະເປັນເຈົ້າພາບໃນທ້າຍປີ 2019 ປັດໄຈສຳຄັນແມ່ນການສົ່ງເສີມສຸ
ຂະພາບນາຍ ແລະ ພົນທະຫານໃຫ້ແຂງແຮງປະກອບສ່ວນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງກໍຄືໜ້າທີ່ການເມືອງຂອງຕົນເອງຮັບຜິດຊອບໃຫ້ໄດ້
ຮັບໝາກຜົນຢ່າງຈົບງາມ.

     ນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ລວມມີ 8 ຫົວໜ່ວຍກົມກອງ, ມີກອງພົນທີ 1, ກອງບັນຊາການທະຫານແຂວງຊຽງຂວາງ, ກອງບັນຊາການ
ແຂວງຫົວພັນ, ກອງບັນຊາການທະຫານແຂວງໄຊສົມບູນ ແລະ ກອງບັນຊາການທະຫານແຂວງວຽງຈັນ, ນອກນີ້ ຍັງມີກອງພັນໃຫ່ຍ 702, ກອງພັນໃຫ່ຍ
643 ແລະ ກອງພັນໃຫ່ຍ 584. ມີ 9 ປະເພດກິລາຄື: ກິລາເຕະບານຊາຍມີ 5 ຄະນະ, ບານສົ່ງຊາຍມີ 7 ຄະນະ, ກະຕໍ້ທີມດ່ຽວຊາຍມີ 7 ຄະນະ, ກິລາເປ
ຕັງປະສົມຊາຍ-ຍິງມີ 7 ຄະນະ, ກິລານັກຮົບແຂງແຮງມີ 8 ຄະນະ, ກິລາແລ່ນມ້າງປະກອບອາວຸດມີ 8 ຄະນະ, ກິລາຍິງປືນອາກາມີ 8 ຄະນະ, ກິລາຍິງປືນ
ແອເລິເປກາມີ 8 ຄະນະ, ກິລາຍິງປືນສັ້ນກາ 59 ມີ 8 ຄະນະ.

     ໂອກາດນີ້ ທ່ານ ບຸນສອນ ເພັດລາວັນ ໄດ້ກ່າວໂອ້ລົມ ແລະ ຮຽກຮ້ອງມາຍັງນັກກິລາ ແລະ ຄູເຝິກ ຕະຫຼອດຮອດກຳມະການ ຈົ່ງຮັກສາໃຫ້ໄດ້ຄວາມ
ສາມັກຄີ, ຄວາມເປັນມິດຕະພາບເຊິ່ງກັນ ແລະ ກັນ ຫຼີກລ້ຽງຂໍ້ຜິດພາດລະຫວ່າງນັກກິລາດ້ວຍກັນຕ້ອງມີນໍ້າໃຈນັກກິລາຫຼີ້ນດ້ວຍບັນຍາກາດເບີກບານ
ມ່ວນຊື່ນ ແລະ ກໍເປັນໂອກາດໜຶ່ງທີ່ນັກກິລາຢູ່ບັນດາກົມກອງທະຫານຈະໄດ້ພິສູດຜົນງານຂອງຕົນເອງໃນນາມຕົວແທນຂອງກົມກອງເຂົ້າຮ່ວມງານມະຫະ
ກຳກິລາແຫ່ງຊາດທີ່ແຂວງຊຽງຂວາງເປັນເຈົ້າພາບໃນປີ 2019 ນີ້, ການແຂ່ງຂັນກິລາໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 7 ວັນ, ເລີ່ມແຕ່ວັນທີ 7-13
ພຶດສະພາ 2018 ນີ້ ຈຶ່ງຈະສໍາເລັດລົງ.