ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 1233 ຄົນ ຜູ້ຕິດເຊື້ອໃໝ່ມື້ນີ້ 28 ຄົນ


     ວັນທີ 08 ພຶດສະພາ ປີ 2021 ທ່ານ ໝໍ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ພ້ອມດ້ວຍ
ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການ
ລະບາດຂອງພະຍາດ COVID-19, ລາຍງານສະພາບການການລະບາດຂອງພະຍາດ COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021 ມາຮອດປະຈຸ
ບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1,233 ຄົນ (ໃໝ່ 28) ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີທັງໝົດ 150
ຄົນ ( ມື້ວານນິ້ ວັນທີ່ 7 ພຶດສະພາ 2021 ຄົນເຈັບອອກໂຮງໝໍ 28 ຄົນມີ: ນະຄອນຫຼວງວຽງຈັນ 16 ຄົນ, ແຂວງວຽງຈັນ 3 ຄົນ, , ຄຳມ່ວນ 1, ຈຳ
ປາສັກ 3 ຄົນ ແລະ ສາລະວັນ 5 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,083 ຄົນ. ລາຍລະ
ອຽດຂອງຜູ້ຕິດເຊື້ອໃໝ່ 28 ຄົນ (ກໍລະນີຢັ້ງຢືນທີ 1,206 – 1,233) ສຳລັບຄົນເຈັບຕິດເຊື້ອໃໝ່ໃນ 28 ຄົນ ຢູ່ ນະຄອນຫຼວງວຽງຈັນ ແຂວງຈຳປາ
ສັກ, ບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ ແລະ ແຂວງວຽງຈັນ ມີ 23 ຄົນ ແມ່ນ ຕິດເຊືອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 05 ຄົນ
ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ). ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້
ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍ
ໃຫ້ບັນດາທ່ານຮັບຊາບຕື່ມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2021