ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດ ເລື່ອນຊັ້ນນາຍທະຫານຂັ້ນສູງ


ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ

     ກະຊວງປ້ອງກັນປະເທດ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຜູ້ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂຄົບຖ້ວນຕາມມາດຖານຈໍານວນ 13 ສະ
ຫາຍ, ໃນວັນທີ 8 ມິຖຸນາ 2017 ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຂອງ ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ
ກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງຫົວໜ້າກົມໃຫຍ່ ແລະ ບັນດາ ຄະນະນຳຈາກອົງການທີ່ກ່ຽວ
ຂ້ອງເຂົ້າຮ່ວມ.

     ໃນພິທີ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້
ຂຶ້ນຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ເຊິ່ງໄດ້ຮັບການເລື່ອນຊັ້ນຈາກພົນຈັດຕະວາຂຶ້ນເປັນພົນຕີມີ 5 ສະ
ຫາຍຄື: ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ພົນຈັດຕະວາ ປອ ວົງຄຳພົມມະກອນ ຫົວໜ້າກົມໃຫຍ່ພະລາທິ
ການ ກອງທັບ, ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພົນຈັດຕະວາ ຈັນທອງ ສອນຕະອາດ ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ ແລະ ພົນຈັດຕະວາ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ນອກນັ້ນຍັງ ເລື່ອນຂັ້ນພັນເອກ
ຂຶ້ນພົນຈັດຕະວາ ມີ 8 ສະຫາຍຄື: ພັນເອກ ສີພອນ ຈັນສົມວົງ, ພັນເອກ ສີໄຫວ ໄມພອນ, ພັນເອກ ບຸນສູງ ຢາທໍ່ຕູ້, ພັນເອກ ຄອນສະຫວັນ ມິ່ງຈຳ
ປາບານ, ພັນເອກ ຄຳຫຼ້າ ວົງວິໄລ, ພັນເອກ ກັນໄຍ ໄຊຍະສິດ, ພັນເອກ ສາຍສະໝອນ ສະຫຼັບແສງ ແລະ ພັນເອກ ສົມບູນ ວັງລາດ ຂຶ້ນເປັນ ພົນ
ຈັດຕະວາ.

     ໂອກາດດັ່ງກ່າວ, ທ່ານ ພົນ ໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດກໍ່ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານກໍ
ຄື ການປະຕິບັດວຽກງານຊີ້ນຳ-ນຳພາຂອງບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ຖືວ່າເປັນພະນັກງານ-ເປັນນາຍທະຫານຂັ້ນສູງຂອງພັກ-ລັດ ແລະ
ຂອງກໍາລັງປ້ອງກັນຊາດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນດັ່ງນັ້ນ, ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້,
ຈົ່ງສືບຕໍ່ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານ, ຮັບປະກັນໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງກວ່າເກົ່າ, ພ້ອມ ທັງຍົກສູງຄວາມຮັບ
ຜິດຊອບໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ແລະ ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດໃນການນຳພາບັນຊາ, ມີຄວາມເສຍສະຫຼະ
ສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ນາຍ ແລະ ພົນທະຫານ.