ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກົມໃຫຍ່ພະລາທິການ ລົງ​ຊຸກຍູ້​ກວດກາ​ວຽກງານ​ການ​ຜະລິ​ດ
ຢູ່​ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ


ຄະນະໄດ້ລົງຕິດຕາມກວດກາແລະຊຸກຍູ້ວຽກງານການຜະລິດກະສິກໍາຂອງກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ

     ໃນວັນທີ 4 ມິຖຸນາ 2020 ນີ້, ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ພະລາທິການ
ກອງທັບ, ຜູ້ຊີ້ນໍາໂຄງການຟາມໝູ ແລະ ໂຮງງານຂ້າສັດ ຂອງກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານການຜະ
ລິດກະສິກໍາຂອງກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ.

     ໃນໂອກາດນີ້, ສະຫາຍ ພັນໂທ ເມກທັນວາ ວີຣະຈິດ ຮອງເລຂາຄະນະພັກຮາກຖານ ຫົວໜ້າ ກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ ໄດ້ລາຍງານສະພາບການຈັດ
ຕັ້ງປະຕິບັດວຽກງານຜະລິດໃນໄລຍະຜ່ານມາໃຫ້ສະຫາຍ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ຮັບຊາບວ່າ: ເພື່ອຮັບປະກັນ ດ້ານວຽກງານ
ພະລາທິການໃຫ້ກອງທັບໃນໄລຍະໃໝ່, ຄະນະພັກ-ຄະນະບັນຊາໄດ້ມີການຄົ້ນຄວ້າປັບປຸງຊັບຊ້ອນພະນັກງານນໍາພາບັນຊາ, ຕັ້ງແຕ່ຂັ້ນໜ່ວຍງານ, ພະແນກການໂດຍອີງ
ໃສ່ຄວາມຮູ້-ຄວາມສາມາດຂອງພະນັກງານ-ນັກຮົບ ແລະ ຢູ່ໃນໄລຍະຂອງການແຜ່ລະບາດພະຍາດ ໂຄວິດ-19 ນີ້, ເຮັດໃຫ້ຂະບວນການດ້ານຕ່າງໆ ມີຂີດຈໍາກັດໃນ
ການເຄື່ອນໄຫວ, ແຕ່ຄະນະພັກ-ຄະນະບັນຊາ ກໍໄດ້ຫັນເອົາການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງບຸກຄົນ ແລະ ກົມກອງມາເປັນຂະບວນການຫຼັກ ໃນການປະຕິບັດ
ຂໍ້ແຂ່ງຂັນຕ່າງໆ ທີ່ຂັ້ນເທິງວາງອອກນໍາມາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຄຽງຄູ່ກັບວຽກງານການຜະລິດຂອງກົມກອງ
ແລ້ວຍັງໄດ້ສຸມໃສ່ການກໍ່ສ້າງປັບປຸງພື້ນຖານໂຄງລ່າງ ຂອງກົມກອງໃຫ້ມີຄວາມຮັບປະກັນແໜ້ນໜາຖາວອນໃນການເຮັດໜ້າທີ່ວຽກງານ, ເປັນຕົ້ນແມ່ນໄດ້ສໍາເລັດ
ການເທພື້ນເຮືອນມ້ຽນລົດ, ກໍ່ສ້າງຫໍພັກໃຫ້ພະນັກງານ, ກໍ່ສ້າງຄອກໄກ່ຂະໜາດບັນຈຸໄດ້ 4.000 ກວ່າໂຕ, ສ້ອມແປງຄອກລ້ຽງສັດ, ອາຄານສໍານັກງານ ແລະ ຫໍພັກ
ຈໍານວນໜຶ່ງທີ່ເປ່ເພຈາກລົມພາຍຸ, ໂດຍໄດ້ນໍາໃຊ້ທຶນຂອງກົມກອງ100%, ນອກຈາກນີ້ຍັງໄດ້ຈັດຕັ້ງກໍ່ສ້າງປະຕູໂຂງທາງເຂົ້າຟາມລ້ຽງສັດ, ປ້ອມຍາມ, ອ່າງຂ້າເຊື້ອ
ພະຍາດ ແລະ ທາງເບຕົງ, ເຊິ່ງປັດຈຸບັນການກໍ່ສ້າງໄດ້ສຳເລັດແລ້ວ 60% ຂອງແຜນການ ແລະ ຄາດໝາຍຈະໃຫ້ສໍາເລັດສົມບູນ ແລະ ເປີດນໍາໃຊ້ໃນທ້າຍເດືອນກໍລະ
ກົດ ປີ 2020 ທີ່ຈະມາເຖິງນີ້, ສ່ວນວຽກງານເສດຖະກິດຂອງ ກະຊວງ ແລະ ກົມກອງ ໄດ້ຈັດຕັ້ງດໍາເນີນການຜະລິດຕາມແຜນການຂອງກົມກອງ, ເຊິ່ງໃນປັດຈຸບັນໄດ້
ລ້ຽງໄກ່ໄຂ່ເທິງໜອງປາ 3 ຈຸດ, ມີຈໍານວນໄກ່ໄຂ່ທັງໝົດ: 13.740 ໂຕ, ສາມາດຜະລິດໄຂ່ ໄກ່ໄດ້ 380-400 ແຕະຕໍ່ວັນ, ມີໝູພໍ່ພັນ 8 ໂຕ, ໝູແມ່ພັນ 436 ໂຕ,
ໝູນ້ອຍ 795 ໂຕ, ໝູຊີ້ນ 1.123ໂຕ ແລະ ຍັງໄດ້ສືບຕໍ່ ຮັບເອົາໝູນ້ອຍເຂົ້າມາລ້ຽງທຸກອາທິດຈົນຄົບຈໍານວນ 2.400 ໂຕ, ໄດ້ສໍາເລັດການກູ້ປາຂຶ້ນຈາກໜອງ 2 ໜອງ,
ປັດຈຸບັນພວມກໍາລັງເກັບກູ້ປາໜອງທີ 3, ນອກນີ້ຍັງມີສວນເຮືອນຮົ່ມປູກຜັກ ສວນຄົວ, ປູກໄມ້ໃຫ້ໝາກຈໍານວນໜຶ່ງ, ເຊິ່ງຜະລິດຕະພັນທັງໝົດຂອງກົມກອງ ແມ່ນໄດ້
ຈໍາໜ່າຍໃຫ້ແກ່ບັນດາ ໂຮງຮຽນນາຍທະຫານເຂດໃກ້ຄຽງ ແລະ ຕະຫຼາດສັງຄົມທົ່ວໄປ.

     ໃນໂອກາດດັ້ງກ່າວ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍໄດ້ກ່າວສະເເດງການຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ ຄະນະພັກ-ຄະນະບັນຊາພ້ອມ
ດ້ວຍພະນັກງານ-ສະມາຊິກພັກ, ນັກຮົບທຸກ ສະຫາຍ ທີ່ໄດ້ເອົາໃຈໃສ່ສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້-ຄວາມສາມາດຂອງຕົນ ເຂົ້າໃນບັນດາຂົງເຂດໜ້າທີ່ວຽກ
ງານການເມືອງຂອງກົມກອງ ກໍຄືວຽກງານວິຊາສະເພາະທາງດ້ານວຽກງານການຜະລິດ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີໝາກຜົນສໍາເລັດຈົບງາມ ພ້ອມທັງຮຽກຮ້ອງໃຫ້ຄະ
ນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ພາຍໃນກົມກອງ ຈົ່ງເອົາໃຈໃສ່ສືບຕໍ່ວຽກງານ ຜະລິດໃນຕໍ່ໜ້າໃຫ້ໄດ້ຮັບຜົນສູງ, ໂດຍ
ສະເພາະວຽກງານການຜະລິດຕາມແຜນການຜະລິດປະຈໍາປີຂອງກົມກອງ, ສ້າງແຜນການປັບປຸງການ ລ້ຽງໝູ, ລ້ຽງປາ ແລະ ລ້ຽງໄກ່ພໍ່ພັນແມ່ພັນ, ໄກ່ນ້ອຍ, ໄກ່ສາວ
ຄືນໃໝ່ ເພື່ອຮັບປະກັນໃຫ້ວຽກງານຜະລິດ ແລະ ເປັນສູນຜະລິດແນວພັນເພື່ອສົ່ງເສີມໃຫ້ບັນດາກົມກອງ ມີທ່າແຮງ ບົ່ມຊ້ອນໃນກອງທັບ, ສາມາດຕອບສະໜອງໄດ້ກັບ
ຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ແລະ ເປັນທີ່ຍອມຮັບຂອງສັງຄົມທົ່ວໄປ, ພ້ອມກັນສຶບຕໍ່ຄຸ້ມຄອງ, ບົວລະບັດ, ດູແລເບິ່ງແຍງສັດລ້ຽງໃຫ້ມີຄວາມອຸດົມສົມບູນ,
ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບທີ່ດີ, ປົກປັກຮັກສາວັດຖຸສິ່ງຂອງສ່ວນລວມ ໄວ້ໃຫ້ສາມາດນຳໃຊ້ໄດ້ຍາວນານ ສາມາດຮັບປະກັນວຽກງານການຕິດຕາມ
ກວດກາຈາກຂັ້ນເທິງໄດ້ຢ່າງເປັນປົກກະຕິ.