ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດໃຫ້ນາຍທະຫານພັກການຮັບບໍານານ ແລະ
ປະກາດການຈັດຕັ້ງຂັ້ນບັນຊາຢູ່ ກອງບັນຊາການທະຫານອາກາດ

     ວັນທີ 7 ມີຖຸນາ ນີ້, ຢູ່ທີ່ສະໂມສອນ ກອງບັນຊາບັນການທະຫານອາກາດ ໄດ້ຈັດພິພີປະກາດໃຫ້ນາຍທະຫານພັກການຮັບເບ້ຍບໍານານ ແລະ ປະກາດ
ການຈັດຕັ້ງບັນຊາ ຮັກສາການ ຫົວໜ້າຫ້ອງ, ຮອງຫ້ອງ ແລະ ຫົວໜ້າພະແນກ, ຮອງພະແນກ ໂດຍການເຂົ້າຮ່ວມເປັນປະທານ ສະຫາຍ ພົນຕີ ສອນທອງ
ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ , ມີຄະນະພັກ-ຄະນະບັນຊາ (ກທອ), ຄະນະຫ້ອງ,
ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702, 703 ແລະ ຫົວໜ້າພະແນກເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸຍາດ ໃຫ້
ນາຍທະຫານຢູ່ກອງບັນຊາການທະຫານອາກາດພັກການຮັບເບ້ຍບໍານານ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກ
ທີ III ໝວດທີ 01 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ສະຫາຍ ພົນຈັດຕະວາ
ພັນທະມິດ ວໍລະບຸດ ຮອງ ຮັບຜິດຊອບວຽກງານອົບຮົມການບິນ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະການອາາກາດ, ສະຫາຍ ພັນເອກ ບຸນ
ກ້ວາງ ໃຈມະວົງສາ ຮອງການທະຫານ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 703 ພັກການຮັບເບ້ຍບໍານານ ແລະ ປະກາດຂໍ້ຕົກລົງວ່າດ້ວຍການ
ແຕ່ງຕັ້ງຮັກສາການຫົວໜ້າຫ້ອງອົບຮົມການບິນກອງບັນຊາການທະຫານອາກາດ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັຍປຸງ )
ໃນພາກທີ່ II ໝວດທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳ
ພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນ
ປະເທດຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາປັນ ສຸດີ ຮັກສາການຫົວໜ້າຫ້ອງອົບຮົມການບິນ (ກທອ), ສະຫາຍ ພັນໂທ ພິລາວົງ ມະໂນລາ ເປັນຮອງຫົວ
ໜ້າຫ້ອງການ (ກທອ), ສະຫາຍ ພັນໂທ ບົວວັນ ກັນຍາວົງ ເປັນຮອງການທະຫານ ທັງເປັນຫົວໜ້າ ພະແນກເສນາທິການ ກອງພັນໃຫຍ່ 703 ແລະ ຜ່ານ
ຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງພະແນກຂອງຫ້ອງອົບຮົມການບິນ (ກທອ), ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນ
ເອກ ຄໍາສີ ພັນທະລາວົງ ເປັນຫົວໜ້າ ພະແນກແຜນການອົບຮົມການບິນ ແລະ ສູ້ຮົບເທິງອາກາດ, ສະຫາຍ ພັນເອກ ບຸນທັນ ຈັນພະສີ ເປັນຫົວໜ້າພະ
ແນກກົດລະບຽບການບິນ, ສະຫາຍ ພັນຕີ ສຸລິວັນ ເພັດມະນີ ເປັນຫົວໜ້າພະແນກຄຸ້ມຄອງ ແລະ ກໍ່ສ້າງກໍາລັງນັກຮຽນ, ສະຫາຍ ຮ້ອຍເອກ ທອງພັນ ສີ
ສະອາດ ເປັນຮອງຫົວນ້າພະແນກຈາລະຈອນທາງເດີນອາກາດ, ສະຫາຍ ຮ້ອຍເອກ ນັນທາ ທົນທະລາ ເປັນຮອງຫົວນ້າພະແນກໂຮງຮຽນສູນຝືກ ແລະ ຫ້ອງ
ຂັບຈໍາລອງ ແລະ ຍົກຍ້າຍ ສະຫາຍ ພັນໂທ ວົງເພັດ ມະນີພົນ ຮອງການທະຫານ ກອງພັນ 993 ກົມໃຫຍ່ການເມືອງກອງທັບໄປໃຫ້ ກທອ, ຍົກຍ້າຍ ສະ
ຫາຍ ພັນໂທ ໂສດາ ໄຊຍະລາດ ຊ່ວຍວຽກ ພະແນກກຽມພ້ອມສູ້ຮົບ ກົມສູ້ຮົບກົມໃຫຍ່ເສນາທິການກອງທັບໄປໃຫ້ ກທອ ແລະ ຜ່ານມະຕິຕົກລົງວ່າ
ດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ ກອງບັນຊາການທະຫານອາກາດ, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພົນຈັດ
ຕະວາ ບຸນມາ ຈັນທະວົງສາ ຮອງຫົວໜ້າກອງບັນຊາການທະຫານອາກາດ ເປັນກໍາມະການຄະນະພັກປ່ຽນແທນສະຫາຍ ພົນຈັດຕະວາ ພັນທະມິດ ວໍລະບຸດ
ທີ່ພັກການຮັບເບ້ຍບໍານານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/06/2021