ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ- 19 ເພີ່ມ 2 ກໍລະນີ

     ວັນທີ 08 ມີຖຸນາ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ຮສ
ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ
ບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບຂອງການລະບາດຂອງພະຍາດ COVID-19 ໃນໂລກ ແລະ ໃນລາວວ່າ: ປັດຈຸບັນທົ່ວ
ໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 174,360,639 ຄົນ, ເສຍຊິວິດທັງໝົດ 3,751,631 ຄົນ, ປີ່ນປົວຫາຍດີ 157,885,962 ຄົນ. ສຳລັບ 3
ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ. + ບັນດາປະເທດ ທີ່ມີຊາຍ
ແດນຕິດກັບ ສປປ ລາວ-ປະເທດໄທ ກໍລະນີຕິດເຊື້ອສະສົມທັງໝົດ 179,886 ຄົນ (ໃໝ່ 2,419 ຄົນ), ເສຍຊິວີດສະສົມທັງໝົດ 1,269 ຄົນ (ໃໝ່ 33
ຄົນ) - ປະເທດມຽນມ້າ ກໍລະນີຕິດເຊື້ອສະສົມທັງໝົດ 144,456 ຄົນ (ໃໝ່ 139), ເສຍຊິວີດສະສົມທັງໝົດ 3,227 ຄົນ (ໃໝ່ 2 ຄົນ) - ປະເທດຈີນ
ກໍລະນີຕິດເຊື້ອສະສົມທັງໝົດ 91,267 ຄົນ (ໃໝ່ 19), ເສຍຊິວີດສະສົມທັງໝົດ 4,636 ຄົນ (ໃໝ່ 0 ຄົນ) - ປະເທດກໍາປູເຈຍ ກໍລະນີຕິດເຊື້ອສະສົມ
ທັງໝົດ 34,833 ຄົນ (ໃໝ່ 589), ເສຍຊິວີດສະສົມທັງໝົດ 266 ຄົນ (ໃໝ່ 3 ຄົນ) - ປະເທດຫວຽດນາມ ກໍລະນີຕິດເຊື້ອສະສົມທັງໝົດ 8,983 ຄົນ
(ໃໝ່ 236), ເສຍຊິວີດສະສົມທັງໝົດ 53 ຄົນ (ໃໝ່ 0 ຄົນ) - ສໍາລັບ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1,970 ກໍລະນີ (ໃໝ່ 2), ເສຍຊີວິດ 3
ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,773 ກໍລະນີ (ໃໝ່ 53), ກຳລັງປິ່ນປົວ 191 ກໍລະນີ. ໃນວັນທີ 7 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິ
ເຄາະທັງໝົດ 1,485 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 02 ກໍລະນີ, ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດ
ເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແມ່ນຕິດເຊື້ອມາຈາກ ກຸ່ມຜູ້ຕິດເຊື້ອຢູ່ຫ້ອງເຊົ່າບ້ານຕານມີໄຊ ແລະ ອີກກໍລະນີໜຶ່ງແມ່ນຕິດເຊື້ອມາຈາກກຸ່ມ
ຢູ່ອາພາດເມັນອຸດົມພອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/06/2021