ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວ-ປສ ການ​ທະຫານ ຮ່ວມບໍລິຈາກ​ເລືອດ

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 9 ກໍລະກົດ​ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການ​ທະຫານ ​ໄດ້ປະກອບສ່ວນ​ຮ່ວມ​ບໍລິຈາກ​ເລືອດ ​ໂດຍ​ການ​ເປັນ​ປະທານ​ຂອງ
ທ່ານ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ, ມີ ທ່ານ ​ແພງ​ທອງ ບານ​ຈັນທະ​ວົງ ຮອງ​ຫົວໜ້າ​ສູນບໍລິຈາກ​ເລືອດ​ແຫ່ງ​
ຊາດ, ພ້ອມ​ດ້ວຍພະນັກງານ​ວິຊາ​ການ​ສູ​ນບໍລິຈາກ​​ເລືອດ​ແຫ່ງ​ຊາດ, ມີ​ພະນັກງານ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ​.


ກວດມາດຖານຂອງຜູ້ທີ່ຈະບໍລິຈາກເລືອດ


ພະນັກງານ-ນັກຮົບກົມ ວສ-ປສ ການທະຫານ ບໍລິຈາກເລືອດ

     ການ​ບໍລິຈາກ​ເລືອດ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ແຜນການ​ ປະກອບສ່ວນ​ຊ່ວຍ​ເຫຼືອສັງຄົມ ແລະ ເພື່ອ​ນຳ​ໄປ​ຊ່ວຍ​ຊີວິດ​ຄົນ​ເຈັບ​ທີ່​ນອນ​ປິ່ນປົວ​ຢູ່​ຕາມ​ໂຮງໝໍ​
ແຫ່ງ​ຕ່າງໆ​ໃນ​ປະຈຸ​ບັນໃຫ້​ທັນ​ເວລາ​ ໂດຍ​ສະ​ເພາະ​ຄົນ​ເຈັບ​ທີ່​ຂາດ​ເລືອດຊຳ​ເຮື້ອ​ມາ​ແຕ່​ກຳ​ເນີ​ດ, ການ​ຜ່າ​ຕັດ, ຄົນ​ເຈັບ​ເປັນໝາກ​ໄຂ່ຫຼັງຊຸດ​ໂຊມ ​ແລະ​ ພະຍາດ​ໄຂ້​ເລືອດ​
ອອກ​ທີ່​ກຳລັງ​ລະບາດ​ຢູ່​ໃນ​ປະຈຸ​ບັນ. ທັງເປັນ​ການ​​ສະ​ແດງ​ເຖິງ​ຄວາມ​ມີ​ນ້ຳ​ໃຈ​ເສຍສະຫຼະ​ເພື່ອ​ໃຫ້​ສັງຄົມ. ມີພະນັກງານ-ນັກຮົບຮ່ວມບໍລິຈາກເລືອດທັງໝົດ 19 ສະຫາຍ,
ໄດ້ຕົວຈິງ 13 ສະຫາຍ.


ມອບໃບຍ້ອງຍໍໃນການປະກອບສ່ວນຮ່ວມບໍລິຈາກເລືອດ