ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ II ປະຈໍາໄຕມາດ III ເຂດ 03


ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 7 ກໍລະກົດ 2020 ນີ້, ໄດ້ເປີດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ເຂດ 03, ຂຶ້ນທີ່ຫ້ອງ
ປະຊຸມຈຸດສຸມຄັງວຽງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍາມະການ ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມ
ໃຫຍ່ການເມືອງກອງທັບ, ມີຄະນະພັກ ກອງພັນໃຫຍ່ 584, ກອງບັນຊາການທະຫານ ແຂວງຊຽງຂວາງ, ຄະນະພັກກອງບັນຊາການທະຫານ ແຂວງຫົວພັນ, ກອງພັນ
ໃຫຍ່ 702, ກອງພັນໃຫຍ່ 643, ຄະນະພັກຮາກຖານໂຮງໝໍບໍລິເວນ 101, ຄະນະໜ່ວຍພັກຈຸດສຸມຄັງວຽງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ກອງປະຊຸມຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານປະຈຳໄຕມາດ
ທີ II ແລະ ວຽກງານຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດຊີ້ນໍາປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ
ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານລົງກໍ່ສ້າງຮາກຖານການເມືອງ ໂດຍຖືເອົາວຽກງານ
ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນພື້ນຖານ ແລະ ດໍາເນີນຊີວິດການເມືອງເປັນປົກກະຕິ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ ກໍ່ສ້າງພັກ-ພະນັກງານເປັນໃຈກາງໃນການ
ປະຕິບັດໜ້າທີ່ການເມືອງແຕ່ລະກົມກອງ ໃຫ້ມີແບບແຜນວິທີເຮັດວຽກ, ຊີ້ນໍາ-ນໍາພາກົມກອງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີແກ້ໄຂປະຈຳໄຕມາດຕໍ່
ໄປໃຫ້ສອດຄ່ອງເຂົ້າໃນຂົງເຂດວຽກງານແຕ່ລະກົມກອງ, ສ້າງໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ແລະ ສ້າງຄວາມເຂັ້ມແຂງທາງ
ດ້ານການຈັດຕັ້ງເພື່ອຕອບສະໜອງ ໃນໜ້າທີ່ການເມືອງປະກອບສ່ວນເຂົ້າ ໃນ 2 ໜ້າທີ່ຍຸດທະສາດຂອງຊາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ໄດ້ຮຽກຮ້ອງໃຫ້ບັນດາ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງ
ຕົນ ໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາພະນັກງານ-ນັກ
ຮົບມີຄຸນທາດການເມືອງໜັກແໜ້ນ ຕິດພັນກັບການປັບປຸງຊັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ.