ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລົງຊີ້ນຳ ແລະ
ຊຸກຍູ້ການກອບກູ້ຜູ້ສູນຫາຍທີ່ເມືອງສະໜາມໄຊ

     ວັນທີ 8 ສິງຫາ 2018 ນີ້ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ລົງຊີ້ນຳ ແລະ ຕິດຕາມຊຸກຍູ້ພາລະກິດການຊອກຄົ້ນຫາຜູ້ທີ່ສູນຫາຍຈາກໄພພິບັດນໍ້າຖ້ວມຢູ່ທີ່ສູນບັນຊາການພາກສະໜາມກອບກູ້ໄພ
ພິບັດກະຊວງປ້ອງກັນປະເທດ ຢູ່ບ້ານໃໝ່, ເມືອງສະໜາມໄຊ, ແຂວງອັດຕະປື.


ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລົງຊີ້ນຳ ແລະ ຊຸກຍູ້ການກອບກູ້ຜູ້ສູນຫາຍທີ່ເມືອງສະໜາມໄຊ

     ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບພາກສະຫນາມໃນການກອບກູ້ຊອກຄົ້ນຊ່ວຍເຫຼືອ
ກູ້ໄພພິບັດທາງທຳມະຊາດນໍ້າຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໄດ້ລາຍງານວ່າ: ຢູ່ທີ່ສູນບັນຊາການພາກສະໜາມກຳລັງຂອງພວກເຮົາໄດ້ມີການ
ຈັດສັນແບ່ງວຽກງານຢ່າງລະອຽດ ເຊິ່ງໃນແຕ່ລະວັນໄດ້ຈັດຕັ້ງກໍາລັງກອງພົນທີ 5, ທະຫານແຂວງອັດຕະປື, ທະຫານເມືອງສະໜາມໄຊດໍາເນີນການຊອກ
ຄົ້ນຫາ ໂດຍເຂົາເຈົ້າໄດ້ແບ່ງໜ້າວຽກຄວາມຮັບຜິດຊອບກັນຢ່າງລະອຽດ, ແບ່ງກັນອອກເປັນຈຸ, ເປັນຫມວດ, ຕີແພ່ເປັນຫນ້າກະດານຂະຫຍາຍຕາໜ່າງ
ຄົ້ນຫາເປັນລັດສະໝີວົງກ້ວາງອອກໄປ, ເຖິງວ່າປັດຈຸບັນນີ້ແມ່ນ້ຳ, ລໍາເຊຈະບົກແຫ້ງລົງກໍຕາມ, ການຊອກຄົ້ນຫາຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າສະ
ພາບດິນຟ້າອາກາດບໍ່ເອື້ອອຳນວຍ, ບາງບ່ອນເກີດມີຂີ້ຕົມເລິກພຽງເອິກ, ພຽງແອວບວກກັບເສດຂີ້ເຫຍື້ອຮາກໄມ້ທັບຖົມ ແລະ ມີເສດແກ້ວ, ບາງຟື້ນທີ່
ເຕັມໄປດ້ວຍຕະປູ, ເຮັດໃຫ້ການກອບກູ້ຊອກຫາພົບກັບຄວາມຫຍຸ້ງຍາກພໍສົມຄວນ ແຕ່ເຖິງຢ່າງໃດກໍຕາມຄະນະຊີ້ນຳພວກເຮົາໄດ້ສຸມທຸກສະຕິປັນຍາເຫື່ອ
ແຮງນຳພາກຳລັງອ້າຍນ້ອງອອກຊອກຄົ້ນຫາເປັນວົງກວ້າງ ແລະ ເລິກຍິ່ງຂຶ້ນ ເຊິ່ງສືບຕໍຕາມແຕ່ລະບາດກ້າວ ເພື່ອກອບກູ້ຊອກຫາຜູ້ສູນຫາຍຈາກໄພພິບັດ
ໃນຄັ້ງນີ້ໃຫ້ພົບໂດຍໄວ, ຜ່ານການຊອກຄົ້ນຫາຕົວຈິງສາມາດຄົ້ນພົບຜູ້ເສຍຊີວິດ 32 ສົບ, ສ່ວນທີ່ຍັງເຫຼືອກຳລັງຂອງພວກເຮົາຈະສຸມໃສ່ຊອກຄົ້ນຫາ
ຕໍ່ໄປ.

     ໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ກໍາລັງທະຫານຈາກບັນດາກົມ
ກອງຕ່າງໆ ທີ່ໄດ້ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ, ດໍາເນີນການຊອກຄົ້ນຢ່າງຕໍ່ເນື່ອງ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບພາກສະຫນາມຕະຫລອດຮອດພະ
ນັກງານ-ນັກຮົບຈົ່ງພ້ອມກັນສຸມທຸກເຫື່ອແຮງຂອງຕົນປະກອບສ່ວນເຮັດສຳເລັດຫນ້າທີ່ການເມືອງຂອງຕົນດ້ວຍຄວາມບຸກບືນຫ້າວຫັນ, ພ້ອມທັງປະຕິ
ບັດຫນ້າທີ່ດ້ວຍຄວາມລະມັດລະວັງ, ຫຼີກລ້ຽງການເກີດອຸບັດຕິເຫດ ແລະ ການສູນເສຍ, ເດັດດ່ຽວເຮັດສຳເລັດຫນ້າທີ່ໆປະເທດຊາດ ແລະ ປະຊາຊົນ
ມອບຫມາຍໃຫ້.