ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕີລາຄາການນຳພາປັບປຸງກໍ່ສ້າງກອງຮາກຖານເຂັ້ມແຂງ
ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມໃຫຍ່ການເມືອງກອງທັບ


ພົນໂທ ປອ ທອງລອຍ ສິລິວົງ ​ມອບທຸງໄຊໃຫ້ບັນດາກົມກອງ-ໜ່ວຍພັກທົ່ວກົມໃຫຍ່ການເມືອງກອງທັບ

     ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການນຳພາປັບປຸງ-ກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ທົ່ວກົມໃຫຍ່ການເມືອງ
ກອງທັບປະຈຳປີ 2018 ແລະ ທິດທາງແຜນ ການປະຈຳປີ 2019 ໃນວັນທີ 8 ສິງຫານີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ
ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກຳມະການຄະນະປະຈຳພັກກົມ
ໃຫຍ່, ຄະນະພັກ-ຄະນະບັນຊາບັນດາກົມ, ກອງ ແລະ ພະນັກງານສະມາຊິກພັກທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການນຳພາປັບປຸງ-ກໍ່ສ້າງກອງຮາກຖານເຂັ້ມແຂງ-
ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມໃຫຍ່ການເມືອງກອງທັບ ໃນປີ 2018 ຜ່ານມາ, ຄະນະພັກຮາກຖານ-ຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການ
ເມືອງ, ນຳພາແນວຄິດຂອງສະມາຊິກພັກ ໃຫ້ມີຄວາມສະຫງົບປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນກົກປະລິມານເປັນສຳຄັນ, ການສຶກສາອົບຮົມ
ແລະ ປັບປຸງກໍ່ສ້າງພັກຕ້ອງສຶກສາທັງ 3 ດ້ານໄປພ້ອມໆກັນຄື: ການເມືອງ, ແນວຄິດ ແລະ ການຈັດຕັ້ງ, ທັງປັບປຸງແບບແຜນນຳພາຂອງຄະນະພັກຮາກຖານ-ຄະນະໜ່ວຍ
ພັກໃຫ້ເປັນເອກະພາບປະຕິບັດຕາມລະບອບລະບຽບ, ຫຼັກການຂອງພັກຢ່າງຖືກຕ້ອງ ໂດຍສະເພາະແມ່ນການປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີຄຸນນະພາບ
ດີຂື້ນຕະຫຼອດມາ, ນັ້ນກໍຍ້ອນຄະນະພັກກົມໃຫຍ່ໄດ້ຍຶດໝັ້ນ 3 ທິດນຳ 5 ຫຼັກການໃນການປັບປຸງກໍ່ສ້າງພັກ ແລະ ເອົາໃຈໃສ່ວຽກງານຕິດຕາມ, ກວດກາ, ຊຸກຍູ້ສະຫຼຸບ
ຕີລາຄາ, ສ່ອງແສງລາຍງານເປັນປົກກະຕິ, ໃນນີ້ທົ່ວກົມໃຫຍ່ການເມືອງກອງ ທັບ ມີ 7 ຄະນະພັກຮາກຖານ, ມີ 47 ໜ່ວຍພັກ, 18 ໜ່ວຍພັກເອກະລາດ ແລະ 29 ໜ່ວຍ
ພັກຂຶ້ນກັບ ຄະນະພັກຮາກຖານ, ທົ່ວກົມໃຫຍ່ການເມືອງກອງທັບ, ມີສະມາຊິກພັກທັງໝົດ 1.141 ສະຫາຍ ຍິງ 335 ສະຫາຍ, ສຳຮອງ 80 ສະຫາຍ ຍິງ 32 ສະຫາຍ,
ສາມາດຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກແຂງຮອບດ້ານ 860 ສະຫາຍ ເທົ່າກັບ 75,37%, ແຂງດ້ານໃດດ້ານໜຶ່ງ 17%, ສະມາຊິກພັກກາງ 0,43%, ທົ່ວ
ກົມໃຫຍ່ການເມືອງກອງທັບມີ 2 ອົງການ, 8 ກົມ, 6 ຫ້ອງການ, 15 ກົມກອງ ໄດ້ຮັບຮອງເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ, ມີ 1 ຄະນະພັກຮາກ
ຖານ ແລະ 23 ໜ່ວຍ ພັກໄດ້ຮັບທຸງໄຊມີ 5 ໜ່ວຍພັກ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດ 4 ໜ່ວຍພັກໄດ້ຮັບໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 5 ໜ່ວຍ
ພັກ, ໃນນັ້ນມີໜ່ວຍພັກຮັກສາໄດ້ 11 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກ 10 ຄັ້ງຕິດຕໍ່ກັນມີ 2 ໜ່ວຍພັກ, 8 ຄັ້ງຕໍ່ເນື່ອງ 6 ໜ່ວຍພັກ, 7 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກ, 5 ຄັ້ງ
ຕິດຕໍ່ກັນມີ 3 ໜ່ວຍພັກ, 4 ຄັ້ງຕິດຕໍ່ກັນມີ 3 ໜ່ວຍພັກ, 3 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກ, 2 ຄັ້ງຕິດຕໍ່ກັນ ມີ 5 ໜ່ວຍພັກ ແລະ 1 ຄັ້ງ ຕິດຕໍ່ກັນ ມີ 1 ໜ່ວຍພັກ. ກອງ
ປະຊຸມຍັງໄດ້ຜ່ານແຜນການນໍາພາປັບປຸງກໍ່ສ້າງກົມກອງ, ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2019 ເພື່ອສືບຕໍ່ຮັກສາ ແລະ ປັບປຸງກົມກອງ, ໜ່ວຍພັກປອດ
ໃສ ເຂັ້ມແຂງໜັກແໜ້ນ ໃຫ້ມີຄຸນນະພາບສູງ, ຄະນະພັກຮາກຖານ-ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຕ້ອງເອົາໃຈໃສ່ປະຕິບັດຕາມ 5 ເນື້ອໃນ ມາດຖານ
ແລະ ຕ້ອງເປັນເຈົ້າການນຳພາທຸກໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້. ພ້ອມທັງມອບທຸງໄຊ, ໃບຍ້ອງຍໍກະຊວງປ້ອງກັນປະເທດ, ໃບຍ້ອງຍໍກົມໃຫຍ່ການເມືອງທັບ
ແລະ ໃບຢັ້ງຢືນກອງຮາກຖານເຂັ້ມແຂງໜ່ວຍພັກຮູ້ນໍາພາຮອບດ້ານປະຈຳປີ 2018 ໃຫ້ບັນດາກົມກອງ- ໜ່ວຍພັກທົ່ວກົມໃຫຍ່ການເມືອງກອງທັບຢ່າງສົມກຽດ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ໃຫ້ກຽດໂອ້ລົມ, ເນັ້ນໃຫ້ຄະນະພັກຮາກຖານ-ຄະນະໜ່ວຍພັກທົ່ວກົມໃຫຍ່ການເມືອງກອງທັບ ຈົ່ງສືບຕໍ່ສືກ
ສາອົບຮົມການເມືອງນຳພາແນວຄິດໃຫ້ຖັນແຖວພະນັກງານສະມາຊິກພັກ-ນັກຮົບທຸກສະຫາຍຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ບັນດາມະ
ຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ຂອງກອງທັບ, ຈັດຕັ້ງຜັນຂະຫຍາຍວຽກງານປັບປຸງກໍ່ສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ແຕ່ລະກົມກອງໃຫ້ຖືກ
ຕ້ອງເໝາະສົມຕາມພາລະບົດບາດໜ້າທີ່ວິຊາສະເພາະຂອງກົມກອງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດຢ່າງຈົບງາມ.