ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງວຽງຈັນ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ
ຮອງປະທານຜູ້ປະຈໍາການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ

     ພິທີປະກາດການແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ໄດ້ຈັດຂື້ນໃນວັນທີ 6 ສິງຫາ ນີ້, ໂດຍການເປັນ
ປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນ
ປະເທດ ຮອງປະທານຜູ້ປະຈໍາການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ເຂົ້າຮ່ວມມີ ສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກ
ແຂວງ ເຈົ້າແຂວງໆ ວຽງຈັນ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນຊາສອງ ກອງບັນຊາການທະ
ຫານ-ປ້ອງກັນຄວາມສະຫງົບແຂວງ, ພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

     ສະຫາຍ ພົນຕີ ສະຫວ່າງໄຊ ສີນນະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ຫ້ອງການຄະນະກຳມະການປ້ອງຊາດ-ປ້ອງກັນຄວາມສະ
ຫງົບ ສູນກາງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ
ວຽງຈັນ ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ຄໍາພັນ ສິດທິດໍາພາ ເປັນປະທານ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ວຽງຈັນ, ສະຫາຍ
ພົນຈັດຕະວາ ບຸນມາ ວົງດາລາແສນ ກຳມະການຄະນະປະຈໍາພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເປັນຮອງປະທານ ທັງເປັນຜູ້
ປະຈໍາການຄະນະ ກຳມະການ ປກຊ-ປກສ, ສະຫາຍ ພົນຈັດຕະວາ ທອງເຄນ ບຸນໝັ້ນ ກຳມະການຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ
ແຂວງ ເປັນຮອງປະທານ, ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານກອງ ພົນທີ 1 ເປັນກໍາມະການ, ສະຫາຍສີວຽງໄຊ ອໍລະບູນ ກໍາມະ
ການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ເປັນກໍາມະການ; ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍອະນຸມັດ ໃຫ້ສະ
ຫາຍ ພັນໂທ ບຸນສຸກ ສຸພັດລັກ ຫົວໜ້າຫ້ອງການ ປກຊ-ປກສ ແຂວງວຽງຈັນ ພັກການຮັບບໍານານ ແລະ ຜ່ານຂໍ້ຕົກລົງຂອງຄະນະກໍາມະການ ປກຊ-ປກສ
ສູນກາງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ສິງຄໍາ ເທບພະວົງ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ ເປັນຫົວໜ້າຫ້ອງການປກຊ-ປກສ ແຂວງ
ວຽງຈັນ.

     ໂອກາດດັ່ງກ່າວຍັງ ໄດ້ປະດັບຫຼຽນໄຊພິລະອາດຫານໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນ ວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ ຜ່ານມາໃນນີ້, ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ບຸກຄົນ ຈໍານວນ 8 ສະຫາຍ, ຊັ້ນ II ຈໍານວນ 16 ສະຫາຍ
ແລະ ຊັ້ນ III ຈໍານວນ 18 ສະຫາຍ.

     ຕອນທ້າຍພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ
ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງການປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງ
ການຂອງໜ້າທີ່ ການເມືອງໃນສະເພາະໜ້າ ແລະ ຍາວນານ, ເພື່ອເປັນເສນາທິການ ຊ່ວຍຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບສູນກາງ
ໃນການເຄື່ອນໄຫວວຽກງານພາຍໃນແຂວງ ຕາມຄວາມຮຽກຮ້ອງຕ້ອງການຂອງ ສະພາບການໃນໄລຍະໃໝ່, ສະນັ້ນບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງ
ຕັ້ງມອບໝາຍໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ເປັນເຈົ້າ
ການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກລົງສູ່ຮາກຖານ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ
4 ຄາດໝາຍໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ບ້ານປ້ອງ
ກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ເຂັ້ມແຂງ ປະກອບ
ສ່ວນສໍາຄັນໃນການເຂົ້າຊ່ວຍເຫຼືອກອບກູ້ໄພພິບັດທາງທໍາມະຊາດ ແລະ ບັນຫາ ອື່ນໆ ຮັບປະກັນໃຫ້ສະພາບທົ່ວແຂວງມີສະຖຽນລະພາບທາງດ້ານການ
ເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/08/2021