ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳລັງຕີພິເສດ ລາວ-ຫວຽດນາມ ສຳເລັດການຫັດແອບຝຶກຊ້ອມປະສານ
ພາຍໃຕ້ລະຫັດ “ສາຍຟ້າແມບ 01”


ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກຳລັງຕີພິເສດ ລາວ-ຫວຽດນາມ ໄດ້ສຳເລັດການຈັດຕັ້ງຫັດແອບເຝິກຊ້ອມປະສານຍິງລູກປືນແທ້ ພາຍໃຕ້ລະຫັດ “ສາຍຟ້າແມບ 01” ໃນຫົວຂໍ້: ງໍ
ຕສ ຮ່ວມ ລາວ-ຫວຽດນາມ ປະຕິບັດການດັບມອດກຸ່ມຕິດອາວຸດນອກກົດໝາຍບຽດຢຶດກຸ່ມບ້ານ ເມືອງພູກູດ ແຂວງຊຽງຂວາງ ໃຫ້ແກ່ຄະນະນຳ ກະ
ຊວງປ້ອງກັປະເທດ,ໃນອາທິດຜ່ານມານີ້ ທີ່ສະໜາມຫັດແອບ ກອງພັນເຄື່ອນທີ່ໄວ 428 ກອງພັນໃຫຍ່ 497, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ
ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທູດທະຫານຫວຽດ
ນາມ ປະຈຳ ສປປ ລາວ, ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ກົມນ້ອຍ, ຄະນະຊີ້ນຳ, ອະນຸກຳມະການ, ຄະນະຮັບຜິດຊອບ ຄະນະພັກ-ຄະນະ
ບັນຊາກອງພັນໃຫຍ່ 497, ກອງພັນນ້ອຍ, ກອງຮ້ອຍຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

     ການສະແດງຫັດແອບເຝິກຊ້ອມປະສານຂອງກຳລັງຕີພິເສດສອງກອງທັບ ລາວ-ຫວຽດນາມ ໃນຄັ້ງນີ້, ມີທັງໝົດ 06 ລາຍການ ຄື: ເລີ່ມຕົ້ນດ້ວຍ ຂໍ
ຕສ ຮ່ວມລາວ-ຫວຽດນາມ ປະຕິບັດຍິງເບັຍເປີດປ້າຍຄຳຂວັນມິດຕະພາບ ລາວ-ຫວຽດນາມ, ການສະແດງມວຍຫັດກາຍຍິງ-ຊາຍ ຮ່ວມລາວ-ຫວຽດ
ນາມ, ການສະແດງກຳລັງພາຍໃນຮ່ວມ ລາວ-ຫວຽດນາມ, 01 ຂໍ ຕສ ຮ່ວມລາວ-ຫວຽດນາມ ເຮັດໜ້າທີ່ແກ້ໄຂປົດປ່ອຍຕົວປະກັນ, 01 ຂໍ ຕສ ຮ່ວມ
ລາວ-ຫວຽດນາມ ເຮັດໜ້າທີ່ທຳລາຍສາງຄັງຂອງກຸ່ມຕິດອາວຸດນອກກົດໝາຍ ແລະ ນຳໃຊ້ 01 ງໍ ຕສ ຮ່ວມ ລາວ-ຫວຽດນາມ ເຮັດໜ້າທີ່ປິດລັບຫຼອນ
ຕີກຸ່ມຕິດອາວຸດນອກກົດໝາຍ ພັກທັບຊົ່ວຄາວຢູ່ຈຸດສູງ 1.100. ຈຸດປະສົງໃນການ​ເຝິກຊ້ອມຄັ້ງນີ້, ກໍ່ເພື່ອເປັນການກວດກາເບິ່ງຄວາມພ້ອມດ້ານຕ່າງໆ
ຂອງແຕ່ລະພາກສ່ວນ ເພື່ອກະກຽມເຂົ້າຮ່ວມ​ເຝິກຊ້ອມປະສານຕົວຈິງຮ່ວມສອງກຳລັງຕີພິເສດ ລາວ-ຫວຽດນາມທີ່ແຂວງຊຽງຂວາງ ໃນທ້າຍປີນີ້ ໃຫ້
ໄດ້ຮັບຜົນສຳເລັດສູງໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳ ຕະຫຼອດຮອດພະນັກງານ-ນັກຮົບ
ທີ່ໄດ້ທຸ້ມເທຄວາມຮູ້, ຄວາມສາມາດນັບແຕ່ການລາຍງານ, ຈົນກ້າວໄປເຖິງການສະແດງຕົວຈິງ, ເຫັນວ່າແຕ່ລະພາກສ່ວນສາມາດປະຕິບັດໜ້າທີ່ຂອງຕົນ
ໄດ້ດີ, ແຕ່ລະບາດກ້າວແມ່ນຖືກຕ້ອງຕາມເນື້ອໃນແຜນການຫັດແອບ ແລະ ສະແດງຄ້າຍຄືກັບການກະກຽມສູ້ຮົບຕົວຈິງ, ມີຄວາມເຂັ້ມແຂງ ແລະ ເປັນ
ເອກະພາບກັນ, ເຖິງແມ່ນວ່າໄລຍະການ​ເຝິກຊ້ອມຮົບ ຈະພົບຄວາມຫຍຸ້ງຍາກບາງດ້ານກໍ່ຕາມ, ແຕ່ພະນັກງານ-ນັກຮົບ ທຸກສະຫາຍກໍ່ມີຄວາມອົດທົນສູງ,
ມີນ້ຳໃຈເສຍສະຫຼະ, ມີຄວາມສາມັກຄີໜັກແໜ້ນ, ຈົນສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ເຮັດສຳເລັດໜ້າທີ່ຂອງຕົນ, ສະແດງອອກສາມາດຮັບປະກັນ
ໄດ້ຄວາມປອດໄພ 100%.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/08/2022