ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງ​ເຄື່ອນ​ໄຫວ​ກວດກາ ​ແລະ ຊີ້ນຳ​ກຳລັງ ປກຊ-ປກສ
ຊ່ວຍ​ເຫຼືອປະຊາຊົນ ທີ່​ຖືກ​ຜົນ​ກະທົບ​ຈາກ​ນ້ຳຖ້ວມ


ສະຫາຍ ພົນໂທ ສຸວອນ ເລືອງບຸນ ມີພ້ອມດ້ວຍຄະນະແລະນັກຂ່າວບິນສຳຫຼວດພື້ນທີ່ນໍ້າຖ້ວມ

     ໃນວັນທີ 7-8 ກັນຍາ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ໄດ້ນຳ
ພາຄະນະກອບກູ້ໄພພິບັດລົງເຄື່ອນໄຫວກວດກາຕິດຕາມສະພາບນໍ້າ ແລະ ຄວາມເສຍຫາຍຈາກນໍ້າຖ້ວມຢູ່ ນະຄອນປາກເຊ, ເມືອງຊະນະສົມບູນ, ເມືອງຈໍາປາສັກ ແລະ
ເມືອງໂພນທອງ ແຂວງຈຳປາສັກ, ເມືອງຄົງເຊໂດນ ແລະ ເມືອງວາປີ ແຂວງສາລະວັນ.

     ການລົງເຄີ່ອນໄຫວໃນຄັ້ງນີ້ ກໍເພຶ່ອເປັນການຕິດຕາມເກັບກຳສະພາບ ແລະ ກວດກາເບິ່ງລະດັບນໍ້າໃນພື້ນທີ່ຕົວຈິງເພື່ອຊີ້ນຳ-ນຳພາບັນດາກົມກອງກຳລັງຫຼວງ, ກໍາລັງ
ທ້ອງຖິ່ນຈັດຕັ້ງກໍາລັງ ແລະ ນໍາໃຊ້ພາຫະນະ-ອຸປະກອນຂອງຕົນ ເຂົ້າໄປກອບກູ້ໄພຊ່ວຍເຫຼືອຍົກຍ້າຍປະຊາຊົນ ອອກຈາກເຂດນໍ້າຖ້ວມໄປຢູ່ບ່ອນທີ່ປອດໄພຢ່າງທັນການ.
ປັດຈຸບັນເຖິງວ່າລະດັບນໍ້າໄດ້ຫຼຸດລົງເລັກໜ້ອຍກໍຕາມ ແຕ່ອີງໃສ່ສະພາບອາກາດ, ກະແສນໍ້າທີ່ຍັງພວມໄຫຼແຮງ ແລະ ນໍ້າຖ້ວມຂັງເປັນບໍວິເວນກວ້າງ ຈຶ່ງເປັນສາເຫດທີ່
ຫຍຸ້ງຍາກໃນການເລັ່ງເຂົ້າຊ່ວຍເຫຼືອຍົກຍ້າຍປະຊາຊົນ ຜູ້ທີ່ຍັງຕິດຄ້າງຢູ່ໃນເຂດນໍ້າຖ້ວມອອກໄປຢູ່ເຂດປອດໄພນັ້ນ ຕ້ອງໄດ້ນຳໃຊ້ທຸກກຳລັງແຮງທີ່ມີເຂົ້າໃນການກອບ
ກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນດ້ວຍຄວາມອົດທົນ ແລະ ຂະຫຍັນຂັນແຂງ. ພ້ອມທັງຊ່ວຍກັນປຸກລະດົມທົ່ວສັງຄົມ ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດ
ໃຈເປັນຕົ້ນແມ່ນເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ, ເຄື່ອງໃຊ້ໃນຄົວເຮືອນ ແລະ ພະຫະນະອື່ນໆ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພ
ໃນເບື້ອງຕົ້ນ. ຈາກນັ້ນກໍຊີ້ນຳກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ເປັນຕົ້ນແມ່ນເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ອື່ນໆ
ອີກຈຳນວນໜຶ່ງທີ່ບັນດາກຸ່ມ ບໍລິສັດຫົງ ຄຳພາກໃຕ້, ກຸ່ມບໍລິສັດ ດາວເຮືອງ, ມູນລະນິທິໃຈລາວ, ເຄື່ອງທີ່ໄດ້ຈາກການບໍລິຈາກຂອງສັງຄົມ ແລະ ຄະນະກໍາມະການຄວບ
ຄຸມໄພພິບັດຂັ້ນແຂວງ ທີ່ນໍາມາມອບໃຫ້ອຳນາດການປົກຄອງແຂວງ ກໍໄດ້ມອບໃຫ້ອ້າຍນ້ອງທະຫານໃຊ້ເຮືອບິນ ແຮລີກ໋ອບເເຕ (MI17) ກອງບັນຊາການທະຫານອາ
ກາດ ກອງທັບ ປະຊາຊົນລາວ ຂົນສົ່ງໄປປ່ອນລົງແຕ່ລະຈຸດທີ່ລົດ ແລະ ເຮືອເຂົ້າຊ່ວຍເຫຼືອບໍ່ໄດ້ເປັນຕົ້ນ ແມ່ນຈຸດເຊລະບຳ, ຈຸດບ້ານແກ້ງກອກກຸ່ມ 2, ຈຸດບ້ານແກ້ງໄມ້
ເຮ້ຍ ເມືອງ ຊະນະສົມບູນ ແຂວງຈໍາປາສັກ ເພື່ອໄປຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນ.