ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມພົບປະທາງໄກລະຫວ່າງ ລັດຖະມົນຕີ ສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ


     ກອງປະຊຸມພົບປະທາງໄກລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກັນຍານີ້, ຝ່າຍລາວນໍາໂດຍ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ພົນເອກ
ໂງ ຊວນ ລິກ ກໍາມະການກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ເຊິ່ງມີບັນດາສະຫາຍຄະນະ
ນຳ ກະຊວງ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

     ໃນວາລະດໍາເນີນກອງປະຊຸມທັງສອງຝ່າຍໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດແຜນການພົວພັນຮ່ວມມືວຽກງານຮອບດ້ານຂອງສອງ
ກະຊວງ ປະຈຳ 6 ເດືອນຕົ້ນປີ 2020 ແລະ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາອະນຸສັນຍາການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດ
ນາມ ໃຫ້ປະກົດຜົນເປັນຈິງ. ເຊິ່ງການພົບປະໃນຄັ້ງນີ້ ເປັນການພົບປະທາງໄກແບບໝົດຈິດໝົດໃຈຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ເຊິ່ງມັນສະແດງໃຫ້
ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງທັງສອງຊາດ, ສອງກອງທັບທີ່ຍາມໃດກໍມີການຖະນຸຖະໜອມ ແລະ ເຊີດຊູເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດລະຫວ່າງ
ສອງຊາດ, ສອງ ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ແໜ້ນແຟ້ນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆນັ້ນໄດ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.