ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບຈັດຕັ້ງເຜີຍແຜ່ເອກະສານ
ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ

     ໃນວັນທີ 6 ຕຸລາ 2017 ນີ້, ກົມໃຫຍ່ເຕັກນິກກອງທັບຈັດຕັ້ງເຜີຍແຜ່ເອກະສານດໍາລັດວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ
ທົ່ວກົມໃຫຍ່ເຕັກນິກ, ໂດຍການເປັນປະທານກອງປະຊຸມເຜີຍແຜ່ ຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍາມະການຄະນະພັກກະຊວງປ້ອງກັນປະ
ເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບຊີ້ນໍາລວມແຈ້ງຊັບສິນ ແລະ ລາຍຮັບຂັ້ນກະຊວງ ມີຄະນະພັກກົມໃຫຍ່ເຕັກນິກ, ຄະນະ
ພັກ-ຄະນະບັນຊາກົມກອງຂຶ້ນກັບ ຕະຫຼອດຮອດພະນັກງານກົມໃຫຍ່ເຕັກນິກເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານຈັດຕັ້ງເຜີຍແຜ່ເອກະສານ ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ

     ໂດຍປະຕິບັດຕາມການແຈ້ງການຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 4243/ກມທ ລົງວັນທີ 15 ສິງຫາ 2017 ແລະ ແຈ້ງການຂອງກົມ
ກວດກາກະຊວງປ້ອງກັນປະເທດ ສະບັບເລກທີ 201/ກກປທ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໜ່ວຍງານການ
ແຈ້ງຊັບສິນ-ລາຍຮັບຄັ້ງທີ II ເພື່ອປະຕິບັດຕາມການເຄື່ອນໄຫວຂອງບົດແນະນໍາຂອງກະຊວງປ້ອງກັນປະເທດສະບັບເລກທີ 1750/ກປທ ເພື່ອເປັນການ
ຈັດຕັ້ງຜັນຂະຫຍາຍດໍາລັດຂອງລັດຖະບານສະບັບເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງເປັນເອກະພາບມີປະສິດທິຜົນ ແລະ ເພື່ອເປັນ
ບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈັດຕັ້ງປະຕິບັດກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ນາຍທະຫານໃນທົ່ວກອງທັບ
ເວົ້າລວມ ເວົ້າສະເພາະນາຍ ແລະ ພົນທະຫານທົ່ວກົມໃຫຍ່ເຕັກນິກທຸກຄົນຮັບຮູ້ ແລະ ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ເປັນເຈົ້າການໃນການຈັດ
ຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ແນໃສ່ເຮັດໃຫ້ການແຈ້ງຊັບຊິນ ແລະ ລາຍຮັບຂອງແຕ່ລະຄົນດໍາເນີນໄປຢ່າງຖືກຕ້ອງ, ຈະແຈ້ງ, ຄົບຖ້ວນທັນ
ເວລາຕາມທີ່ກໍານົດໄວ້.