ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານບຸນອອກພັນສາ ແລະ ຊ່ວງເຮືອປີນີ້ ມີຄວາມຄຶກຄື້ນມ່ວນຊື່ນ ແລະ ເປັນລະບຽບຮຽບຮ້ອຍດ

     ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2017 ທີ່ທ່າວັດຈັນ ຈັດຂຶ້ນໃນວັນທີ 5-6 ຕຸລານີ້, ເຕັມໄປດ້ວຍບັນຍາກາດອັນ
ເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງຮັກສາໄດ້ທາງດ້ານຮີດຄອງປະເພນີອັນດີງາມ, ຮັກສາໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບ
ຮຽບຮ້ອຍດີ ເຊິ່ງໃນແຕ່ລະວັນມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າມາທ່ຽວຊົມຢ່າງຄັບຄາໜາແໜ້ນ.


ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈຳປີ 2017 ທີ່ທ່າວັດຈັນ

     ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ ໃຫ້ຮູ້ວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2017ນີ້ ກໍເປັນ
ປີທີ່ມີຄວາມໝາຍສຳຄັນອີກປີໜຶ່ງທີ່ຊາວນະຄອນຫຼວງວຽງຈັນ ພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງງານບຸນດັ່ງກ່າວ ໃນທ່າມກາງບັນຍາດກາດທີ່ປວງ
ຊົນລາວທັງຊາດພວມຕັ້ງໜ້າກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ທັງເປັນການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2018
ທີ່ຈະມາເຖີງນີ້. ບຸນຊ່ວງເຮືອປີນີ້ກໍໄດ້ມີຫຼາຍກິດຈະກຳທີ່ຈັດຂຶ້ນຕາມຮີດຄອງປະເພນີຂອງຊາດລາວເຮົາ ເປັນຕົ້ນແມ່ນຕັກບາດຖວາຍສັງຄະທານ, ວຽນ
ທຽນ, ໄຫຼເຮືອໄຟ, ລອຍກະໂທງ, ຈູດບັ້ງໄຟຢູ່ທີ່ອານຸສາວະລີເຈົ້າອານຸວົງ ແລະ ແຄມຂອງທ່າວັດຈັນ ເພື່ອບູຊາເຈົ້າທີ່ເຈົ້າຖານ, ນອກນັ້ນຍັງມີການວາງ ສະ
ແດງສິນຄ້າພາຍໃນ ແລະ ຕ່າງປະເທດທັງຫມົດ 711 ຫົວໜ່ວຍ ອັນໄດ້ສ້າງຄວາມຈົບງາມ ແລະ ປະທັບໃຈໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະ
ເທດທີ່ຫຼັ່ງໄຫຼເຂົ້າມາທ່ຽວຊົມ, ພ້ອມດຽວກັນ, ການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີໃນປີນີ້ ສາມາດຮັບປະກັນຄວາມສະຫງົບ,
ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນງານໄດ້ໂດຍພື້ນຖານ ເຊິ່ງທັງໝົດນັ້ນກໍຍ້ອນຄວາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຂອງອົງການ
ປົກຄອງນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນຄະນະພັກ-ຄະນະປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນຊາວເມືອງຈັນທະບູລີ, ບັນດາພະນັກງານ-ນັກຮົບ
ໃນກໍາລັງປະກອບອາວຸດ ປກຊ-ປກສ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ພ້ອມກັນເປັນເຈົ້າການໃນການປະກອບສ່ວນເຂົ້າໃນວຽກງານ
ດັ່ງກ່າວຈົນສຳເລັດໄປດ້ວຍດີຕະຫຼອດໄລຍະການຈັດງານ.

     ສ່ວນຜົນການແຂ່ງຂັນຊ່ວງເຮືອປະຈຳປີ 2017 ທີ່ທ່າວັດຈັນຜົນປາກົດວ່າ: ເຮືອຍາວປະເພນີຊາຍ 55 ສີພາຍ ເຮືອຊ່ວງຂອງທະນາຄານເຈດີບີ (ເຮືອ
ນ້ອຍອິດທິລິດ) ຍາດໄດ້ຊະນະເລີດອັນດັບ 1 ແລະ ເປັນປີທີ 2 ຕິດຕໍ່ກັນ ພ້ອມທັງໄດ້ຂັນໝູນວຽນປະຈຳປີ 2017 ແລະ ຂັນເງິນ 1 ກິໂລກຣາມ ພ້ອມ
ເງິນສົດ 20 ລ້ານກີບໄປຄອງ, ສ່ວນເຮືອບໍລິສັດ ພັນທະມິດ ກໍ່ສ້າງ-ຂົວທາງ ໄດ້ຮອງຊະນະເລີດຮັບຂັນເງິນ 750 ກຣາມ+ເງິນສົດ 15 ລ້ານກີບ, ອັນດັບ
3 ແມ່ນເຮືອພອນພຣະແກ້ວ ໄດ້ຮັບຂັນເງິນ 500 ກຣາມ+ ເງິນສົດ 10 ລ້ານກີບ ແລະ ອັນດັບ 4 ເຮືອບ້ານຫາດສ້ຽວ ໄດ້ຮັບເງິນສົດ 6 ລ້ານກີບ. ສ່ວນ
ເຮືອປະເພນີຍິງ ອັນດັບ 1 ບ້ານແສນດິນ ໄດ້ຮັບຂັນເງິນ 1 ກິໂລກຣາມ+ເງິນສົດ 20 ລ້ານກີບ, ອັນດັບ 2 ບໍລິສັດ ລາວໂຕໂຢຕ້າ ບໍລິການຈຳກັດ ໄດ້ຮັບ
ຂັນເງິນ 750 ກຣາມ+ເງິນສົດ 15 ລ້ານກີບ, ອັນດັບ 3 ເມືອງໄຊທານີ ໄດ້ຮັບຂັນ 500 ກຣາມ+ເງິນສົດ 10 ລ້ານກີບ ແລະ ອັນດັບ 4 ເຮືອຫົງແມ່ຍ່າ
ໄດ້ຮັບເງິນສົດ 6 ລ້ານກີບ. ຂະນະທີ່ເຮືອສູດຊາຍຊະນະເລີດເປັນຂອງເຮືອນາວາສັກສິດ ໄດ້ຮັບຂັນເງິນ 1 ກິໂລກຣາມ+ເງິນສົດ 15 ລ້ານກີບ, ອັນດັບ 2
ບ້ານທ່າພະ ໄດ້ຮັບຂັນ 750 ກຣາມ+ເງິນສົດ 10 ລ້ານກີບ, ອັນດັບ 3 ວຽງຈັນອຸດສາຫະກຳເຫຼັກ ໄດ້ຮັບຂັນເງິນ 500 ກຣາມ+ເງິນສົດ 5 ລ້ານກີບ
ແລະ ອັນດັບ 4 ບ້ານໂຄກຊາຍ ໄດ້ຮັບເງິນສົດ 4 ລ້ານກີບ.