ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະລັດຖະທູດ ສປ ຈີນ ເຂົ້າຢ້ຽມຂໍ່ານັບອຳລາ

     ຕອນແລງຂອງວັນທີ 8 ຕຸລາ 2018 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ
ການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ ການຕ້ອນຮັບ ສະຫາຍ ວາງ ເວິນທຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ
ເຕັມ ແຫ່ງ ສປ ຈີນປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາໃນໂອກາດສິ້ນສຸດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ເຂົ້າຢ້ຽມຂໍ່ານັບອຳລາ

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການ
ມາປະຕິບັດໜ້າທີ່ທາງການທູດຂອງ ສະຫາຍ ວາງ ເວິນທຽນ ຕະຫຼອດໄລຍະເວລາທີ່ຜ່ານມາເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ
ສາຍພົວພັນລະຫວ່າງສອງປະເທດ ແລະ ຄວາມສາມັກຄີຮອບດ້ານທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ, ພ້ອມ
ກັນຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຮ່ວມມື-ຊ່ວຍເຫຼືອຕ່າງໆໃຫ້ໄດ້ຮັບຜົນດີ ແລະ ດຳເນີນໄປຕາມທີ່ການນຳຂັ້ນສູງສອງຝ່າຍໄດ້ຕົກລົງກັນ,
ລວມເຖິງການຊ່ວຍເຫຼືອລາວໃນການກະກຽມງານສຳຄັນອື່ນໆຂອງຊາດ ແລະ ຊ່ວຍເຫຼືອໄພພິບັດນໍ້າຖ້ວມເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດ
ຕະປື ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ ເວົ້າລວມ, ເວົ້າສະເພາະສອງກະຊວງປ້ອງກັນປະເທດ ລາວ-ຈີນ ໄດ້ມີການຮ່ວມມືຢ່າງເລິກເຊິ່ງບັນດາໂຄງການ
ຕ່າງໆທີ່ສຳຄັນໃນໄລຍະທີ່ສະຫາຍມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວ. ພ້ອມນີ້ ສະຫາຍລັດຖະມົນຕີກະຊວງປ້ອງກັນ
ປະເທດຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງສະຫາຍເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ
ລາວ ຕະຫຼອດໄລຍະທີ່ຜ່ານມາເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ມີມູນເຊື້ອຂອງສອງປະເທດ
ລາວ-ຈີນ ໃຫ້ນັບມື້ມີຄວາມຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນນັ້ນ, ສະຫາຍ ວາງ ເວິນທຽນ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງສະຫາຍລັດຖະມົນຕີກະຊວງ
ປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສອງຊາດທີ່ນັບມື້ໄດ້
ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ.