ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບຄັ້ງທີ V ເຂດແຂ່ງຂັນທີ I

     ພິທີປິດງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ເຂດແຂ່ງຂັນທີ I ຢູ່ແຂວງອຸດົມໄຊ ໄດ້ປິດລົງໃນວັນທີ 9 ຕຸລາ 2018
ນີ້, ໂດຍການເປັນປະທານຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ
ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ພັນເອກ ຄຳຍີນ ແສງສຸ
ລີ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີບັນດາອົງການຈັດຕັ້ງ, ພະແນກການ, ຄະນະກຳມະການຈັດການແຂ່ງຂັນ,
ພໍ່ແມ່ປະຊາຊົນຊາວແຂວງອຸດົມໄຊ ແລະ ຄະນະສິລະປະ-ວັນນະຄະດີຈາກພາກສ່ວນຕ່າງໆເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ມອບລາງວັນໃຫ້ນັກຮ້ອງສຽງດ

     ໃນພິທີ ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດງານແຂ່ງ
ຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ເຂດແຂ່ງຂັນທີ I ໃນຄັ້ງນີ້ປະສົບຜົນສຳເລັດດີມີບັນຍາກາດຟົດຟື້ນມ່ວນຊື່ນ ປຸກລະດົມຊຸກຍູ້
ແນວຄິດຈິດໃຈຂອງພະນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມເອກອ້າງທະນົງໃຈຕໍ່ຜົນງານໄຊຊະນະ ແລະ ທາດແທ້ມູນເຊ້ືອ
ຂອງກອງທັບປະຊາຊົນລາວ, ສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

     ການແຂ່ງຂັນຄັ້ງນີ້ມີສິລະປະ-ວັນນະຄະດີສະໝັກຫຼິ້ນທີ່ມາຈາກບັນດາກົມກອງທ້ອງຖິ່ນ, ແຂວງພາກກາງ ແລະ ພາກເໜືອເຂົ້າຮ່ວມທັງໝົດ 18 ຄະນະ,
ມີ 90 ລາຍການສະແດງ, ຜົນການແຂ່ງຂັນສາມາດຄັດເລືອກໄດ້ 3 ຄະນະດີເດັ່ນຄື: ຄະນະສິລະປະ-ວັນນະຄະດີ ກອງບັນຊາການທະຫານແຂວງອຸດົມໄຊ,
ຄະນະສິລະປະ-ວັນນະຄະດີ ກົມໃຫຍ່ການເມືອງກອງທັບ ແລະ ຄະນະສິລະປະ-ວັນນະຄະດີ ກົມ 213 ເຊິ່ງເປັນຕົວແທນເຂດທີ I ພາກເໜືອເຂົ້າໄປຮ່ວມ
ແຂ່ງຂັນຢູ່ນະຄອນຫຼວງວຽງຈັນໃນທ້າຍປີ 2018 ນີ້ ພ້ອມໄດ້ຮັບລາງວັນຊົມເຊີຍໃບຍ້ອງຍໍຂອງກົມໃຫຍ່ການເມືອງກອງທັບ.