ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 4 ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກົມກອງ ຄົບຮອບ 35 ປີ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 4 ຄົບຮອບ 35 ປີ (7/11/1982-7/11/2017) ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2017 ນີ້, ຢູ່ທີ່ສະໂມ
ສອນກອງ ພົນທີ 4 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ມີຄະ
ນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ຫ້ອງວ່າການກະຊວງ, ບັນດາກົມກອງ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານ-ນັກຮົບທົ່ວ
ກອງພົນທີ 4 ຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມ.


ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງພົນທີ 4 ຄົບຮອບ 35 ປີ

     ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ພັນເອກ ຄຳໄຂ ວິໄລເຄືອ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 4 ໄດ້ກ່າວ ຕໍ່ພິທີວ່າ: ການ
ກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພົນທີ 4 ໃນ ໄລຍະ 35 ປີຜ່ານມາ, ພາຍຫຼັງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນ ທີ 7 ພະຈິກ 1982 ກໍໄດ້ຖືກ
ມອບໝາຍໜ້າທີ່ອັນໜັກໜ່ວງ, ທີ່ມີກຽດສະຫງ່າຈາກພັກ-ລັດ, ກະຊວງປ້ອງກັນປະເທດ ກໍຄືປະຊາຊົນລາວບັນດາເຜົ່າ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ສົມທົບກັບກຳລັງທ້ອງຖິ່ນເຄື່ອນໄຫວ, ຫັນລົງກໍ່ສ້າງຮາກຖານການເມືອງຕາມການມອບໝາຍຂອງຂັ້ນເທິງເຮັດໃຫ້ ທ້ອງຖິ່ນ ກໍ
ຄືແຂວງສະຫວັນນະເຂດມີຄວາມສະຫງົບໂດຍພື້ນຖານ ໄປພ້ອມກັບການສູ້ຊົນບຸກບືນຜ່ານຜ່າບັນດາອຸປະສັກນາໆ ປະການທີ່ເຕັມໄປດ້ວຍຄວາມເສຍ
ສະຫຼະເລືອດເນື້ອເຫື່ອໄຄ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງທົ່ວກອງທັບ ແລະ ຂອງຊາດເຮົາຢ່າງມີໝາກຜົນອັນຈົບງາມ, ຕະຫຼອດໄລຍະ 35 ປີ
ແຫ່ງການປັບປຸງກໍ່ສ້າງຕົນເອງນັ້ນ ກອງພົນທີ 4 ໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາດໄດ້ຜົນງານ
ທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນໄດ້ເປັນກຳລັງຫຼັກແຫຼ່ງໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງ
ກົມກອງມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າຮູ້ທາງທຳມາຫາກິນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່
ການເມືອງໃນໄລຍະໃໝ່ຂອງການປະຕິວັດ ກໍຄືປັບປຸງກໍ່ສ້າງ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນນັ້ນ, ກອງພົນທີ 4 ໄດ້ ເຕົ້າໂຮມເອົາບັນດາກົມ
ກອງທີ່ມີມູນເຊື້ອສູ້ຮົບພິລະອາດຫານ ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ການກຳເນີດເກີດຂຶ້ນຂອງ ກອງພົນທີ 4 ໄດ້ເປັນເຫດການ ການເມືອງທີ່ສຳ
ຄັນໃນປະຫວັດສາດຂອງຊາດ ແລະ ຂອງກອງທັບເຮົາ ເຊິ່ງໄດ້ເປັນຂີດໝາຍອັນສຳຄັນທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມ
ເຂັ້ມແຂງຂອງກອງທັບປະຊາຊົນລາວ ແມ່ນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເພື່ອສ້າງກອງທັບປະຕິວັດ ໃຫ້ເປັນກຳ
ລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ, ເອກະລາດ ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ
ໄວ້ໃຫ້ໝັ້ນຄົງ, ໄປພ້ອມໆກັບການປັບປຸງກໍ່ສ້າງກຳລັງໃນທຸກດ້ານພະນັກງານ-ນັກຮົບກອງພົນທີ 4 ຍັງຮັກສາໄດ້ ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ
ແລະ ເອົາໃຈໃສ່ສ້າງພະລາທິການກັບທີ່ດ້ວຍການເພີ່ມພູນ ຜະລິດຜົນ, ຍົກສູງນ້ຳໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ມາຮອດປັດຈຸບັນທົ່ວກອງພົນ ສ່ວນຫຼາຍໄດ້ມີສຳນັກງານ, ຫ້ອງການແບບຖາວອນ, ດ້ານການຜະລິດແກ້ໄຂຊີວິດການ ເປັນຢູ່ໄດ້ສຸມໃສ່ການປູກ-ການ
ລ້ຽງ ເຊິ່ງມັນໄດ້ສະແດງອອກ ໃນ 5 ປີຜ່ານມາ ປູກພືດລົ້ມລຸກ ເກັບກູ້ໄດ້ 2 ໂຕນກວ່າ, ປູກພືດ ສຳຮອງໄດ້ 3 ໂຕນ, ປູກຕົ້ນໄມ້ ອຸດສາຫະກຳໄດ້
53.376 ຕົ້ນ, ປູກຕົ້ນໄມ້ກິນໝາກໄດ້ 2.190 ຕົ້ນ,ເກັບກ່ຽວເຂົ້ານາປີໄດ້ 3 ໂຕນ, ສັດລ້ຽງປະເພດງົວ-ຄວາຍ ມີ 625 ໂຕ, ໝູ ແລະ ແບ້ 345 ໂຕ,
ສັດປີກ 7.712 ໂຕ, ລ້ຽງປາ ແລະ ປ່ອຍມີ 235.000 ໂຕ, ເດັ່ນກວ່າໝູ່ ແມ່ນບັນດາກົມກອງທີ່ຂຶ້ນກັບ ສາມາດຜະລິດເຂົ້າໄດ້ກຸ້ມຕົນເອງທາງດ້ານພືດ
ຜັກຕ່າງໆ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ. ຍ້ອນພຶດຕິກຳຕົວຈິງຄືແນວນັ້ນ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກ
ພັກ-ລັດ ກໍຄືກະຊວງ ປ້ອງກັນປະເທດ ໃນນີ້ກົມກອງລວມໝູ່ໄດ້ຮັບນາມະຍົດເປັນກອງວີລະຊົນມີ 1 ກົມກອງ, ບຸກຄົນໄດ້ຮັບນາມະຍົດເປັນວີລະຊົນ
ແຫ່ງຊາດມີ 1 ສະຫາຍ, ໄດ້ ຮັບນາມະຍົດນັກຮົບແຂ່ງຂັນມີ 5 ສະຫາຍ, ກົມກອງລວມໝູ່ໄດ້ ຮັບຫຼຽນໄຊແຮງງານ ຊັ້ນ I ມີ 1 ກົມກອງ, ກົມກອງ
ລວມໝູ່ ແລະ ບຸກຄົນ ໄດ້ຮັບຫຼຽນໄຊປະເພດ ຕ່າງໆລວມມີ 3.434 ໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆມີ 10.801 ໃບ, ພ້ອມດຽວກັນນີ້ ກອງ
ພົນທີ 4 ຍັງໄດ້ຮັບທຸງໄຊຊະນະເລີດ 1 ຜືນ, ທຸງໄຊພິລະອາດຫານ 1 ຜືນ, ຫຼຽນໄຊອິດສະຫຼະ ຊັ້ນ II ມີ 1 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II ໜຶ່ງ
ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III ມີ 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ມີ 4 ຫນ່ວຍ ຢ່າງສົມກຽດ. ໃນໂອກາດອັນມີຄວາມໝາຍຄວາມສຳຄັນ
ນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາຈົ່ງ ພ້ອມກັນສືບຕໍ່ຮັກສາມູນເຊື້ອທີ່ມີ ແລ້ວ ແລະ ເພີ່ມທະວີຄວາມຕັ້ງຕໍ່ບໍລິ
ສຸດຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ປະຊາຊົນ ລາວບັນດາເຜົ່າ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ
ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບວາງອອກເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.