ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໃນວັນທີ 08 ພະຈິກ 2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 786 ຄົນ


     ຕາມການລາຍງານຈາກ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ
ແກ້ໄການລະບາດພະຍາດCOVID-19, ໄດ້ໃຫ້ຮູ້ວ່າ: ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນ ວັນທີ 08 ພະ
ຈິກ ປີ 2021. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 7 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາ
ເຊືື້ອ COVID-19 ທັງໝົດ 6,234 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ (ຕິດເຊື້ອພາຍໃນ ມີ 783 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).
ການຕິດເຊືື້ອພາຍໃນໃໝ່ ທັງໝົດ 783 ຄົນ ຈາກ 15 ແຂວງ ລາຍລະອຽດ ດັ່ງນີ້: ນະຄອນຫຼວງ 314 ຄົນ: ມາຈາກ 130 ບ້ານ, ໃນ 9 ເມືອງ. ເມືອງ
ຈັນທະບູລີ ມີ 10 ບ້ານ (27 ຄົນ). ເມືອງສີໂຄດຕະບອງ ມີ 22 ບ້ານ (38 ຄົນ). ເມືອງໄຊເສດຖາ ມີ 25 ບ້ານ (83 ຄົນ). ເມືອງສີສັດຕະນາກມີ 15
ບ້ານ (23 ຄົນ). ເມືອງ ນາຊາຍທອງ ມີ 08 ບ້ານ (34 ຄົນ) ເມືອງໄຊທານີ ມີ 27 ບ້ານ (77 ຄົນ). ເມືອງຫາດຊາຍຟອງ ມີ 18 ບ້ານ (26 ຄົນ). ເມືອງ
ສັງທອງ 04 ບ້ານ (05 ຄົນ). ເມືອງປາກງື່ມ 01 ບ້ານ (01 ຄົນ). ຫຼວງພະບາງ, ມີ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ ແຂວງວຽງຈັນ ມີ 71 ຄົນ
ໃນ 20 ບ້ານ ແລະ 5 ເມືອງ. ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງ. ຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ, ໄຊຍະບູລີ ມີ 33 ຄົນ ໃນ 7 ບ້ານ
ແລະ 1 ເມືອງ, ຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ, ອຸດົມໄຊ ມີ 26 ຄົນ, ເຊກອງ ມີ 19 ຄົນ ໃນ 10 ບ້ານ ແລະ 3 ເມືອງ, ບໍລິຄຳໄຊ ມີ
16 ຄົນ ໃນ 4 ບ້ານ ແລະ 1 ເມືອງ, ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ, ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ, ບໍ່ແກ້ວ
ມີ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ, ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ, ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ ມາຮອດປັດຈຸ
ບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມ 47,842 ຄົນ, ເສຍຊີວິດສະສົມ 86 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 499 ຄົນ, ກໍາ
ລັງປິ່ນປົວ 8,862 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/11/2021