ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຢູ່ເຂດໃຈກາງ ທີ 4


     ວັນທີ 7 ທັນວາ 2021 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຊັ້ນ
ພັນຕີ ຂຶ້ນຊັ້ນພັນໂທ ຢູ່ເຂດໃຈກາງທີ 4, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ຄະນະພັກ-ຄະນະກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຕາງໜ້າ ຄະນະພັກ-ຄະນະບັນຊາ ຈາກວິທະຍາຄານປ້ອງກັນຊາດ, ວິທະຍາຄານພະລາທິ
ການກອງທັບ, ກອງພັນໃຫຍ່ 703, ກອງພັນ ໃຫຍ່ 941, ກອງພັນໃຫຍ່ 11, ພ້ອມ ດ້ວຍນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ຄໍາເອັ້ຍ ສຸກແສງເໜືອ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ ສະບັບເລກທີ 4922/ກປທ ລົງວັນທີ 11 ພະຈິກ 2021 ວ່າດ້ວຍການເລື່ອນຊັ້ນພັນຕີຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ບັນດາ ກົມກອງເຂດ
ໃຈກາງ (ທີ 4), ເຊິ່ງ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍ
ການເລື່ອນຊັ້ນນາຍທະຫານ ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເລື່ອນຊັ້ນພັນຕີຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ບັນດາ ກົມກອງເຂດໃຈກາງ,
ຈໍານວນ 41 ສະຫາຍ ເຊິ່ງໃນນັ້ນຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີ 15 ສະຫາຍ, ວິທະຍາຄານປ້ອງກັນຊາດ ມີ 9 ສະຫາຍ, ວິທະຍາ
ຄານພະລາທິການກອງທັບ ມີ 5 ສະຫາຍ, ກອງພັນໃຫຍ່ 703 ມີ 7 ສະຫາຍ, ກອງພັນ ໃຫຍ່ 941 ມີ 2 ສະຫາຍ ແລະ ກອງພັນໃຫຍ່ 11 ມີ 3 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນ ເດັ່ນທີ່ຍາດມາໄດ້ໃນຄັ້ງ
ນີ້ຢ່າງສຸດອົກສຸດໃຈ ພ້ອມທັງໄດ້ເນັ້ນໜັກຕື່ມ, ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມພັດທະນາ ຕົນເອງໃນທຸກດ້ານ, ມີແບບແຜນ ວິທີເຮັດວຽກ
ໃນການນຳພາ-ບັນຊາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະ, ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບ
ຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/12/2021