ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV
ທົ່ວກົມກອງເຂດ VIII ໃຈກາງນະຄອນຫຼວງວຽງຈັນ

     ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ IV ປີ 2017 ທົ່ວກົມກອງເຂດ VIII ໃຈກາງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າ
ວັນທີ 9 ມັງກອນ 2018 ນິ້ ຢູ່ທີ່ສະໂມສອນກອງພັນໃຫຍ່ 661, ໂດຍການເປັນປະທານຂອງທ່ານ ພົນຕີ ຄໍາສີ ວົງຄໍາຊາວ ກໍາມະການຄະນະປະຈໍາພັກກະ
ຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາຕາງໜ້າຈາກ 3 ກົມໃຫຍ່, ກົມນ້ອຍ, ວິທະຍາຄານ ແລະ ບັນດາກອງພັນ
ໃຫຍ່ອ້ອມຂ້າງເຂດໃຈກາງນະຄອນຫຼວງວຽງຈັນເຂົ້າຮ່ວມ.


ທ່ານ ພົນຕີ ຄໍາສີ ວົງຄໍາຊາວ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV ທົ່ວກົມກອງເຂດ VIII ໃຈກາງນະຄອນຫຼວງວຽງຈັນ

     ກອງປະຊຸມໄດ້ສະຫຼຸບລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳໄຕມາດ IV ປີ 2017 ຜ່ານມາເຫັນວ່າສະພາບໂດຍ
ລວມແລ້ວແມ່ນມີຄວາມສະຫງົບ ໂດຍພື້ນຖານ, ແຕ່ລະກົມກອງ ໄດ້ປະຕິບັດລະບອບປະຈຳການ ກຽມພ້ອມສູ້ຮົບເປັນປົກກະຕິ ໂດຍປະສານສົມທົບກັບ
ອຳນາດ ການປົກຄອງບ້ານຂອບເຂດກົມກອງຕັ້ງທັບ ເພື່ອກຳແໜ້ນສະພາບການຮອບດ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃຫ້
ທັນການ ແນໃສ່ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີໂດຍພື້ນຖານ, ວຽກງານການປັບປຸງກໍ່ສ້າງກຳລັງຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ ກໍ່ໄດ້ເອົາໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຂອງຕົນ ເຊື່ອມຊືມກຳແໜ້ນຕໍ່ແນວທາງນະໂຍບາຍຂອງ
ພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງກອງທັບ, ເພື່ອເຮັດໃຫ້ສະພາບການເມືອງແນວຄິດຂອງນາຍ ແລະ ພົນທະຫານມີຄວາມ
ສະຫງົບ, ອຸ່ນອຽນທຸ່ນທ່ຽງມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ ແລະ ວຽກງານອື່ນໆ. ກອງປະຊຸມຍັງໄດ້ວາງທິດ
ທາງວຽກງານຈຸດສຸມປະຈຳໄຕມາດ I ປີ 2018 ຕື່ມອີກ.