ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດວິສາຫະກິດ ລາວໂທລະຄົມ ມອບເງິນຊຸກຍູ້ວັນສ້າງຕັ້ງກອງທັບ

     ໃນຕອນເຊົ້າຂອງວັນທີ 9 ມັງກອນ 2019 ນີ້, ທີ່ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງ, ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະ
ກິດ ລາວໂທລະຄົມ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນສົດຈຳນວນ 700 ລ້ານກີບ ມາມອບໃຫ້ກະຊວງປ້ອງກັນປະເທດເພື່ອປະກອບສ່ວນສະໜັບສະໜູນການສະເຫຼີມສະ
ຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019) ກ່າວຮັບໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະ
ປະຈຳພັກກະຊວງ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ລັດວິສາຫະກິດ ລາວໂທລະຄົມ ມອບເງິນຊຸກຍູ້ວັນສ້າງຕັ້ງກອງທັບ

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງບໍລິສັດ
ລັດວິສາຫະກິດ ລາວໂທລະຄົມ ໃນຄັ້ງນີ້ ທີ່ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ພ້ອມໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນຈຳ
ນວນດັ່ງກ່າວປະກອບສ່ວນເຂົ້າໃນກິດຈະກຳຕ່າງໆໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບໃຫ້ມີບັນຍາກາດຟົດຟື້ນ, ພ້ອມດຽວກັນນີ້ທ່ານຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ຍັງໄດ້ມອບໃບສົມມະນາຄຸນໃຫ້ແກ່ຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດ ລາວໂທລະຄົມ ອີກດ້ວຍ.