ກອງພັນໃຫຍ່ 642 ເປີດຊຸດອົບຮົມປະຈຳປີ 2017
ໃນຕອນເຊົ້າຂອງວັນທີ 9 ກຸມພາ ປີ 2017, ກອງພັນໃຫຍ່ 642 ໄດ້ຈັດຕັ້ງພິທີເປີດຊຸດອົບຮົມປະຈຳປີ 2017 ຂຶ້ນຢ່າງເປັນທາງການ ໂດຍການ
ເປັນປະທານຂອງ ພັນເອກ ແສງມະນີວອນ ຄຳມະນີ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 642, ມີບັນດາຄະນະພັກ-ຄະນະບັນຊາຈາກພະ
ແນກການ, ຂະແໜງການ, ກົມກອງຕະຫຼອດຮອດນາຍ ແລະພົນທະຫານເຂົ້າຮ່ວມ.
ກອງພັນໃຫຍ່ 642 ເປີດຊຸດອົບຮົມປະຈຳປີ 2017
ໃນພິທີ ພັນໂທ ຈັນທອນ ຄຳປັນຍາ ຮອງຫົວໜ້າພະແນກເສນາທິການກອງພັນໃຫຍ່ 642 ໄດ້ຂຶ້ນ ຜ່ານແຜນການອົບຮົມປະຈຳປີ 2017 ໃນນັ້ນ
ຈະໄດ້ອົບຮົມ 4 ພາກໃຫຍ່ຄື: ພາກການເມືອງ-ການທະຫານ,ພະລາທິການ ແລະພາກເຕັກນິກ. ເພື່ອເຮັດໃຫ້ພະນັກງານ-ນັກຮົບໃນກົມກອງມີຄວາມຮູ້
ຄວາມສາມາດດ້ານວິຊາສະເພາະ, ມີລະດັບສິລະປະຍຸດ-ຍຸດທະວິທີສູູ້ຮົບອັນແຫຼມຄົມ, ມີລະບຽບວິໄນເຂັ້ມງວດ, ຍົກລະດັບການບັນຊາ-ນຳພາຄຸ້ມຄອງ
ຂອງພະນັກງານແຕ່ລະຂັ້ນໃຫ້ກົມກອງມີຄວາມກຽມພ້ອມສູ້ຮົບ ແລະເຄື່ອນໄຫວສູ້ຮົບໄດ້ 100% ບັ້ນອົບຮົມຄັ້ງນີ້ຈະແບ່ງອອກເປັນ 2 ໄລຍະ ໂດຍໃຊ້
ເວລາ 120 ວັນຈຶິ່ງຈະອັດລົງ.
ໂອກາດດຽວກັນນີ້ ສະຫາຍໄດ້ຮຽກຮ້ອງມາຍັງທຸກໆພາກສ່ວນ ເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຄູ-ອາຈານ ແລະອ້າຍນ້ອງຈົ່ງເພີ່ມ
ທະວີຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາເຮັດໃຫ້ບັ້ນຊຸດອົບຮົມໃນຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍ.