ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການບໍລິຫານ ກມທ ສະຫຼຸບວຽກງານຮອບດ້ານປະຈຳປີ 2019


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການ ຄະນະພັກກະຊວງຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ

     ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ໃນວັນທີ 7
ກຸມພາ ນີ້, ໂດຍການ ເປັນປະທານຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການ ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ.

     ສະຫາຍ ພັນເອກ ສິງຄຳ ພິມມະວົງສ໌ ຫົວໜ້າ ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາຄືນໃນຂົງເຂດວຽກງານບໍລິຫານດ້ານຕ່າງໆ ໃນປີ
2019 ຜ່ານມາໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນກັນປະເທດ ວາງອອກ ໃນນີ້, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ແລະ ຖືສຳ
ຄັນວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ດ້ວຍການຈັດຕັ້ງເຂົ້າຮ່ວມເຊື່ອມຊຶມບັນດາເອກະສານ ແລະ ມະຕິຄຳສັງຕ່າງໆຂອງຊາດ,
ຂອງພັກ, ຂອງກອງທັບທີ່ຂັ້ນເທິງ ກໍຄືກົມກອງຈັດຂຶ້ນ ອັນໄດ້ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ສາມາດເຮັດ
ສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ວຽກງານອຸປະໂພກ-ບໍລີໂພກ ສາມາດຮັບ ແລະ ເບີກຈ່າຍເຂົ້າກິນໄດ້ 230.280 ກິໂລ, ປະກອບເຄື່ອງຮັບໃຊ້ໃຫ້ເຮືອນຄົວ-ເຮືອນ
ກິນໄດ້100% ຮັບເຄື່ອງອຸປະໂພກ ມາເບີກຈ່າຍໃຫ້ພະນັກງານ-ນັກຮົບໃນກົມກອງໄດ້ 100% ຕາມຂັ້ນເທິງອະນຸມັດໃຫ້, ວຽກງານ ການຜະລິດໄດ້ສຳເລັດການກໍ່ສ້າງ
ພື້ນຖານ ບ່ອນລ້ຽງງົວຂອງ ກົມໃຫຍ່ການເມືອງກອງທັບ, ເຮືອນນອນ, ຫ້ອງນຳ້, ປັດຈຸບັນມີ ງົວລ້ຽງ 117 ໂຕ, ໄດ້ເຮັດນາແຊງ ຢູ່ຫາດສ້ຽວສຳເລັດໃນເນື້ອທີ່ 1,5 ເຮັກ
ຕາ. ປີ 2019 ເກັບກູ້ເຂົ້ານາແຊງໄດ້ 5,250 ໂຕນ, ມີໜອງປາ 1 ໜອງປ່ອຍປາແລ້ວ 14.000 ກວ່າໂຕ, ວຽກງານເສນາຮັກໄດ້ສົມທົບກັບສະຖາບັນກັນພະຍາດ ລົງສີດ
ຢາຂ້າຍຸງຢູ່ບໍລິເວນຄ້າຍຄູ ແລະ ບັນດາເຮືອນການນຳສຳເລັດຕາມແຜນການ, ໄດ້ຕິດຕາມກວດສຸຂະພາບຂອງພະນັກງານ-ນັກຮົບ ທົ່ວອົງການກົມໃຫຍ່ການເມືອງໄດ້
3.931 ຄັ້ງ, ຈ່າຍຢາ ແລະ ສັກຢາໄດ້ 3.640 ຄັ້ງ, ກວດສຸຂະພາບປະຈຳປີໃຫ້ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ຈຳນວນ 2 ຄັ້ງ, ວຽກງານເຊື້ອໄຟເອົາ
ໃຈໃສ່ຄຸ້ມຄອງການຮັບ ແລະ ເບີກຈ່າຍນຳ້ມັນເຊື້ອໄຟຢູ່ໃນກົມກອງຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມສາມາດຮັບປະກັນ ແລະ ເຮັດສຳ
ເລັດໜ້າທີີ່ໄດ້ເປັນຢ່າງດີ. ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການປະຈຳປີ 2020 ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ປະທານກອງປະຊຸມເຊິ່ງສະຫາຍ ໄດ້ມີ
ຄຳເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ