ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ກົມວິທະຍາ​ດສາດ-ປະຫວັດສາດການ​ທະຫານ
ສຳ​ເລັດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສສ ຫວຽດນາມ


ພົນຈັດຕະວາ ຫງວຽນ ກິມ ລາມ ຫົວໜ້າອຳນວຍການ ສູນຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານ ກປທ ສສ ຫວຽດນາມ
ປະກອບຄຳເຫັນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນຄົບຮອບ 35 ປີ ( ​08.04.1982-08.04.2017 )

     ໃນ​ໂອກາດ​ຢ້ຽມຢາມ ​ແລະ​ເຮັດວຽກຄະນະ​ຜູ້​ແທນ​ໄດ້​ພົບ​ປະ​ແລກປ່ຽນບົດຮຽນກັບ​ກົມ​ເຕັກ​ໂນ​ໂລ​ຢີວິທະຍາສາດການ​ທະຫານ​ກອງທັບ​ປະຊາຊົນ
ຫວຽດນາມຊຶ່ງ​ເນື້ອ​ໃນ​ການ​ພົບ​ປະ​ຫາລື​ແມ່ນ​ເລັ່ງ​ໃສ່​ການ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະການ​ອົບຮົມ​ກໍ່ສ້າງ​ບຸກຄະລາ​ກອນ. ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​
ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເພື່ອ​ລາຍ​ງານ​ຕໍ່ຂັ້ນ​ເທີ​ງຂອງຕົນ.


ການສະແດງສີລະປະເພື່ອສະຫຼອງວັນສ້າງຕັ້ງ ສູນຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານ ຄົບຮອບ 35 ປີ ( ​08.04.1982-08.04.2017 )

     ຕໍ່ມາຄະ​ນະ​ຜູ້​ແທນ​ໄດ້​ເຂົ້າ​ຢ້ຽມຢາມ​ຂຳ່ນັບ​ທ່ານພົນ​ໂທຟ້າ​ມຫງ໋ອກມິ​ງຮອງ​ຫົວໜ້າກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ຫວຽດນາມຊຶ່ງ​ທ່ານ​ກໍ​ໄດ້​
ກ່າວ ​ຄຳ​ອວຍພອນ​ອັນ​ອົບ​ອຸ່ນ​ຕໍ່ຄະນະ​ຜູ້​ແທນ​ກົມວິທະຍາ​ສາດ-ປະຫວັດສາດການ​ທະຫານພ້ອມ​ທັງ​ຢືນຢັນ​ວ່າການ​ຂະຫຍາຍຕົວ​ສາຍພົວພັນ​ມິດຕະພາບ
​ອັນ​ດີງາມ-ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ກອງທັບ ​ແລະປະຊາຊົນ​ສອງ​ຊາດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ.


ສະຫາຍພັ.ອ ວຽງ​ໄຊ ສົມ​ວິຈິດ ​ພ້ອມ​ຄະນະເຂົ້າ​ຢ້ຽມ​ພົບ​ປະ​ ສະຫາຍ ພົນ​ໂທ ຟ້າ​ມ ຫງ໋ອກ ມິ​ງ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ

     ມື້ຕໍ່ມາຄະນະ​ຜູ້​ແທນ​ໄດ້​ເຂົ້າຮວມພິທີ​ລະນຶກ​ວັນ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ-ຂ່າວສານວິທະຍາສາດ ການທະຫານກອງທັບ​ປະຊາ​ຊົດ​ຫວຽດນາມ​ຄົບຮອບ 35 ປີ.
ໃນ​ໂອກາດ​ດັ່ງກ່າວ​ສະຫາຍພັນ​ເອກ ວຽງ​ໄຊ ສົມ​ວິຈິດ ​ຕາງໜ້າກະຊວງປ້ອງກັນປະເທດ ໄດ້​ເປັນກຽດປະດັບຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II ​ໃຫ້​ແກ່​ສູນ​ຂໍ້​
ມູນ-ຂ່າວສານວິທະຍາສາດ ການທະຫານ ກອງທັບ​ປະຊາຊົນ​ຫວຽດນາມຢ່າງ​ສົມ​ກຽດທີ່​ໄດ້​ມີ​ຜົນງານ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອກົມວິທະຍາສາດ-ປະຫວັດ
ສາດການ​ທະຫານທາງ​ດ້ານ​ວຽກງານຂໍ້​ມູນ-ຂ່າວສານ.


ສະຫາຍພັ.ອ ວຽງໄຊ ສົມວິຈິດ ຕາງໜ້າກະຊວງປ້ອງກັນປະເທດ ລາວ ມອບຫຼຽນໄຊພິລະອາດຫານຊັ້ນ 2 ​ໃຫ້
ສູນ ຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດ ຫວຽດນາມ

     ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ ​ແລະເຮັດ​ວຽກຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ​ມັນ​ແມ່ນໝາກຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື​ມິ​ດຕະພາບ ​ແລະຄວາມ​ສາມັກ
ຄີພິ​ເສດ​ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈຊ່ວຍ​ເຫຼືອເຊິ່ງ​ກັນ ​ແລະກັນ​ທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ຈະ​ເລີ​ນງອກ​ງາມ​ຍີ່​ງໆຂຶ້ນ.