ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຊຽວຊານການແພດຫວຽດນາມ


     ໃນຕອນເຊົ້າ ຂອງວັນທີ 9 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະ
ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານການແພດ ຈາກ
ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງນຳໂດຍທ່ານ ພົນຈັດຕະວາ ຫງວຽນ ຮຸງ ຖັງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໃນໂອກາດ
ມາເຄື່ອນໄຫວເຮັດວຽກ ຊ່ວຍເກັບກຳຂໍ້ມູນ ແລະ ວາງແຜນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ ຕາມຄຳສະເໜີຂອງ
ລັດຖະບານ ກໍ່ຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

     ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຊ່ຽວຊານ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ຊ່ວຍເຫຼືອສປປ ລາວ ໃນ
ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19, ພ້ອມທັງ ຕີລາຄາສູງ ຕໍ່ບົດຮຽນ, ປະສົບການ ແລະ ຄວາມພ້ອມ ທາງດ້ານການແພດຂອງ ສສ
ຫວຽດນາມ ໃນການຮັບມືກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ກໍ່ຄືຄະນະຊ່ຽວຊານ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເຊື່ອໝັ້ນວ່າ ຄະນະ
ຊ່ຽວຊານ ຈະເກັບກຳຂໍ້ມູນ, ຖ່າຍທອດບົດຮຽນ ແລະ ປະສົບການ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ
ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຮັບມືກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ.

     ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ ໃນປະຈຸບັນ ໃຫ້ຄະນະຊ່ຽວຊານ ໄດ້ຮັບຊາບ,
ລວມທັງ ການວາງ ແລະ ປະຕິບັດມາດຕະການຕ່າງໆ ຂອງລັດຖະບານ, ສະພາບຄວາມສ່ຽງ, ຄວາມພ້ອມ ແລະ ຂໍ້ຈຳກັດດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະ
ຍາດ ທີ່ອາດເພີ່ມຂຶ້ນໃນຕໍ່ໜ້າ ໂດຍສະເພາະ ຢູ່ຂັ້ນທ້ອງຖິ່ນ. ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີ ໃຫ້ຄະນະຊ່ຽວຊານ ພິຈາລະນາໃຫ້ການຊ່ວຍເຫຼືອ
ລົງເກັບກຳຂໍ້ມູນ ຢູ່ບາງທ້ອງຖິ່ນ ທີ່ມີຄວາມສ່ຽງຕໍ່ກີດການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ເພື່ອນໍາໄປຄົ້ນຄວ້າ ແລະ ວາງແຜນ ໃນການຮັບມືກັບສະພາບຄວາມບໍ່ແນ່ນອນທີ່
ອາດເກີດຂຶ້ນໃນຕໍ່ໜ້າ; ຝຶກອົບຮົມ ຖ່າຍທອດບົດຮຽນ ແລະ ປະສົບການ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານສະເພາະກິດ ເພື່ອປ້ອງກັນ,
ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ທັງສູນກາງ ແລະ ທ້ອງຖິ່ນ ໂດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ ເປັນໃຈກາງປຶກສາຫາລື, ວາງແຜນ ແລະ ເຄື່ອນໄຫວ ຮ່ວມກັບຄະນະຊ່ຽວຊານດັ່ງກ່າວ.

     ໃນຕອນທ້າຍ, ທ່ານ ພົນຈັດຕະວາ ຫງວຽນ ຮຸງ ຖັງ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຂອງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ
ສປປ ລາວ, ພ້ອມທັງ ແຈ້ງໃຫ້ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບບາງບົດຮຽນ ແລະ ປະສົບການ ຂອງ ສສ ຫວຽດນາມ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ
ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ກໍ່ຄືມາດຕະການຕ່າງໆ ທີ່ເຫັນວ່າ ມີປະສິດທິພາບ ແລະ ປະສິດທິຜົນ.