ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍທະຫານແຂວງວຽງຈັນ ເອົາໃຈໃສ່ຄວບຄຸມ
ແລະ ປ້ອງກັນການລະບາດຂອງ ພະຍາດ COVID-19


     ອີງຕາມການຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດ COVID-19 ກອງບັນຊາການທະຫານແຂວງວຽງຈັນ, ເລີ່ມແຕ່
ວັນທີ 1 ເມສາ 2020 ມາຮອດປະຈຸບັນ ໂຮງໝໍທະຫານແຂວງວຽງຈັນ ໄດ້ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕ້ານ ກັບພະຍາດ COVID -19, ສະຫາຍ ພັນໂທ ດຣ ນາງ
ຂັນແສ່ວ ກົມບຸດຕະວົງ ອໍານວຍການໂຮງໝໍ 30 ຕຽງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຄຳສັ່ງຂອງຂັ້ນເທິງໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ
ສາຍພັນໃໝ່ ຫຼື ໂຄວິດ-19 ທະຫານແຂວງວຽງຈັນ ກໍຄືຄະນະສະເພາະກິດຊີ້ນຳໃຫ້ທາງ ໂຮງໝໍຈັດຕັ້ງກວດ, ຄັດກອງຢ່າງເຂັ້ມງວດຕໍ່ ພະນັກ ງານ-ນັກຮົບ ກໍຄືແພດ-ໝໍ ພ້ອມທັງ
ຄົນເຈັບທີ່ເຂົ້າມາປິ່ນປົວ ຫຼື ພີ່ນ້ອງຄົນເຈັບທີ່ເຂົ້າ-ອອກ ປະຕູໂຂງ ຕະຫຼອດ 24 ຊົ່ວໂມງ, ສ່ວນກໍລະນີຄົນເຈັບແແມ່ນໄດ້ກວດວັດແທກອຸນຫະພູມທຸກໆເຊົ້າແລງ ຖ້າກວດພົບ
ເຫັນກໍລະນີສົງໃສ ຫລື ເຂົ້າຕາມຫຼັກການຂອງການເຝົ້າລະວັງພະຍາດໂຄວິດ-19 ແມ່ນຈະໄດ້ກັກໂຕ ແລະ ແຍກດ່ຽວຢູ່ ຫ້ອງຮັບຮອງທີ່ໄດ້ກະກຽມໄວ້ ແລ້ວ ລາຍງານໃຫ້ຂັ້ນເທິງ
ຮັບຊາບ ພ້ອມທັງ ປະຕິບັດຕາມຂັ້ນຕອນການແພດຕໍ່ໄປ. ຜ່ານການກວດຄັດກອງເຫັນວ່າບໍ່ທັນມີຜູ້ສົງໃສຕິດເຊື້ອພະຍາດດັ່ງກ່າວເທື່ອ, ທັງນີ້ກໍ່ເພື່ອເປັນການສະກັດກັ້ນ, ປ້ອງກັນ
ການລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນໂຮງໝໍກໍຄືກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍປອດໄພດີ.