ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທະຫານທ້ອງຖິ່ນແຂວງວຽງຈັນ ຈັດຕັ້ງຊ້ອມຮົບປະສານສຽງແຕກດ້ວຍລູກປືນແທ້

     ໃນວັນທີ 4 ພຶດສະພາ 2017 ທີ່ຜ່ານມານີ້, ຄະນະອຳນວຍການໂຮງຮຽນທະຫານທ້ອງຖິ່ນແຂວງວຽງຈັນ ໄດ້ຈັດຕັ້ງຫັດແອບສັງລວມປະສານສຽງ
ແຕກຍິງເປົ້າໝາຍຕົວຈິງດ້ວຍລູກປືນແທ້ ໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ ຊຸດທີ V ລະບົບ 10 ເດືອນ ປະຈຳສົກປີ 2016-2017 ໂດຍການເຂົ້າຮ່ວມຂອງ
ພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງເລຂາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະການກອງບັນຊາການທະຫານແຂວງວຽງຈັນ, ມີຄະນະຮັບຜິດ
ຊອບ, ພະແນກການທີ່ກ່ຽວຂ້ອງ, ອຳນວຍການໂຮງຮຽນ, ພະນັກງານ-ຄູອາຈານ ແລະນັກຮົບເຂົ້າຮ່ວມ.


ພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ເຂົ້າຮ່ວມຈັດຕັ້ງຊ້ອມຮົບປະສານສຽງແຕກ
ດ້ວຍລູກປືນແທ້ຢູ່ ໂຮງຮຽນທະຫານທ້ອງຖິ່ນ ແຂວງ ວຽງຈັນ

     ການຈັດຕັ້ງຍິງເປົ້າໝາຍຕົວຈິງດ້ວຍລູກປືນແທ້ໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມແຜນການອົບຮົມ-ຫັດແອບສັງລວມປະສານສຽງແຕກທ້າຍປີ
ຂັ້ນໝູ່, ໝວດ ເຊິ່ງລວມມີ 4 ບົດ ຄື: ໝວດທະຫານຮາບຈັ້ງທ່າ, ໝວດທະຫານຮາບເຄື່ອນທັບປະທະສັດຕູ, ໝວດທະຫານຮາບຫຼອນຕີສັດຕູ ແລະໝວດ
ທະຫານຮາບບຸກຕີ ຜ່ານການກວດກາການຍິງຕົວຈິງເຫັນວ່າບັນລຸຄາດໝາຍດີສົມຄວນ. ໃນນີ້ພາກຍິງປືນທະຫານຮາບແມ່ນ ໄດ້ຮັບຜົນຕາມຄາດໝາຍ,
ສ່ວນພາກຍິງປືນກຳລັງໄຟແບກຫາບບັນລຸໄດ້ 85%, ການກວດສອບວິຊາຍຸດທະວິທີຂອງທະຫານຮາບບັນລຸໄດ້ 95% ເຊິ່ງຜົນສຳເລັດຂອງການເຝິກ
ແອບຮ່ຳຮຽນໃນຄັ້ງນີ້, ແມ່ນຄູອາຈານເປັນຜູ້ຖ່າຍທອດວິຊາຄວາມຮູ້, ເຄີຍມີບົດຮຽນປະສົບປະການດີມີວັດຖຸຮັບໃຊ້ພຽງພໍ ແລະມີສະຖານທີ່ເອື້ອອຳນວຍ
ຄວາມສະດວກໃນການຫັດແອບ ແຕ່ສິ່ງສຳຄັນແມ່ນການຕັດສິນໃຈຂອງບັນດາສະຫາຍນັກຮຽນທີ່ເຂົ້າຮັບການອົບຮົມ ເຊິ່ງໄດ້ພ້ອມກັນຕັ້ງໜ້າຄົ້ນຄວ້າ
ກຳແໜ້ນບົດຮຽນທັງພາກທິດສະດີຫຼັກການ ແລະຕັ້ງໜ້າເຝິກແອບໃນພາກປະຕິບັດຕົວຈິງ ຈຶ່ງເຮັດໃຫ້ການຍິງເປົ້າໝາຍດ້ວຍລູກປືນແທ້ແມ້ນຢຳ ແລະໄດ້
ຮັບໝາກຜົນສູງ.

     ໃນໂອກາດນີ້ ພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ໂອ້ລົມພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູອາຈານ ແລະນັກຮຽນ ທີ່ໄດ້ເອົາໃຈໃສ່ຖ່າຍ
ທອດບົດຮຽນ, ສ້າງເນື້ອໃນເອກະສານ, ສ້າງກໍ່ລະນີໃຫ້ແກ່ນັກຮຽນ, ແກ້ໄຂຖືກຕາມຫຼັກການສູ້ຮົບ, ສຳລັບນັກຮຽນກໍໄດ້ເອົາໃຈໃສ່ເຮັດວຽກງານກະກຽມ
ໃນທຸກດ້ານ, ໃນເວລາຈັດຕັ້ງຮ່ຳຮຽນສູ້ຮົບພື້ນຖານກໍເຫັນວ່ານັກຮຽນກຳແໜ້ນທິດສະດີ, ຫຼັກການແກ້ໄຂກໍລະນີຫັດແອບສູ້ຮົບ ໄດ້ຢ່າງຄ້ອງແຄ້ວ, ອັນທີ່
ສຳຄັນແມ່ນຄູອາຈານຕ້ອງໄດ້ສະຫຼຸບຖອດຖອນບົດຮຽນ ຜ່ານການຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດ
ຮຽນທີ່ຖອດຖອນໄດ້ ເພື່ອນຳໄປປັບປຸງແກ້ໄຂໃນຊຸດຮຽນຕໍ່ໆໄປໃຫ້ດີກວ່າເກົ່າ ແລະນັກຮຽນທຸກສະຫາຍໄດ້ອົດທົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ, ຮັກສາ
ໄດ້ຄວາມສາມັກຄີພາຍໃນ ພ້ອມກັນຕັດສິນໃຈເຮັດສຳເລັດໜ້າທີ່ການຮ່ຳຮຽນ ແລະຮັບປະກັນຄວາມປອດໄພ 100%.