
ຄະນະສະເພາະກິດ ກະຊວງປ້ອງກັນປະເທດ
  ເຄື່ອນໄຫວຊຸກຍູ້ການປ້ອງກັນ ພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ

    
     ໃນວັນທີ 7 ພຶດສະພາ 2021 ນີ້,   ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວ ຊີ້ນໍາ-ຊຸກຍູ້ ການປ້ອງກັນ ແລະ   ສະກັດກັ້ນພະຍາດໂຄ
    ວິດ-19 ກໍາລັງທ້ອງຖິ່ນແຂວງຈໍາປາສັກ   ຢູ່ກອງບັນຊາການທະຫານແຂວງຈໍາປາສັກ. ເຊີ່ງນໍາໂດຍສະຫາຍ ພົນຕີ ວົງຄໍາ ພົມມະກອນ   ກໍາມະການສູນກາງ
    ພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ   ທັງເປັນຫົວໜ້າຄະນະສະເພາະກິດຂອງກະຊວງປ້ອງກັນປະເທດພ້ອມຄະນະຜູ້ຊ່ຽວຊານທາງດ້ານການແພດ
    ຈໍານວນໜື່ງ   ໂດຍມີສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງ   ຫົວໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ   ທັງ
    ເປັນຫົວໜ້າຄະນະສະເພາະກິດທະຫານແຂວງ, ກອງພັນໃຫ່ຍ 645 ກອງພົນທີ 5, ໂຮງຮຽນ   ຄະນະນໍາຄະນະສະເພາະກິດກໍ່ສ້າງນາຍສິບເລກ 2 ວຽງໄຊ
    ແລະ   ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໃນໂອກາດດັ່ງກ່າວ,   ຄະນະນໍາກໍຄືຄະນະນໍາສະເພາະກິດ ແຕ່ລະກົມກອງທີ່ເຂົ້າຮ່ວມ ໄດ້ລາຍງານສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19     ໃນ
    ທ້ອງຖິ່ນແຂວງຈໍາປາສັກທີ່ສົ່ງຜົນກະທົບຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຈໍາປາສັກໃຫ້ເກີດມີຄວາມຫຍຸ້ງຍາກສັບສົນຫລາຍ
    ສົມຄວນ   ແລະ ໄດ້ກ່າວລາຍງານເຖີງການເຄື່ອນໄຫວປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ ໃນກົມກອງຂອງຕົນໃຫ້ຄະນະສະເພາະກິດກະ
    ຊວງປ້ອງກັນປະເທດໄດ້ຮັບຊາບລາຍລະອຽດ   ເປັນຕົ້ນແມ່ນການປະກອບສ່ວນສໍາຄັນຂອງກໍາລັງແຮງຕົ້ນຕໍໃນການປ້ອງກັນເວນຍາມຢູ່ບັນດາຈຸດສໍາຄັນຄະ
    ນະສະເພາະກິດຂັ້ນແຂວງໄດ້ກໍານົດເອົາໄວ້ ນັບແຕ່ວັນທີ   23 ພຶດສະພາ ເປັນຕົ້ນມາຮອດປະຈຸບັນ   ເພື່ອກວດກາ ຄັດກອງຈໍາກັດ ຄົນເຂົ້າ-ອອກ ລະຫວ່າງ
    ແຂວງຕໍ່ແຂວງ ເມືອງຕໍ່ເມືອງ   ບ້ານຕໍ່ບ້ານຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ   ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທ້ອງຖິ່ນແຂວງຈໍາປາ
    ສັກ   ກໍຄືສັງຄົມບໍ່ໃຫ້ແຜ່ລະບາດອອກໄປເປັນວົງກວ້າງ.
     ໂອກາດນີ້ສະຫາຍ ພົນຕີ ວົງຄໍາ ພົມມະກອນ   ໄດ້ຊີ້ນໍາຄະນະສະເພາະກິດທຸກຂັ້ນໃຫ້ແຕ່ລະກົມກອງຈົ່ງຍົກສູງຄວາມຮັບຜິດຊອບເອົາໃຈໃສ່ມີສະຕິລະ
    ວັງຕົວສູງໃນການຈັດຕັ້ງປະຕິບັດວຽກງານການລົງເຄື່ອນໄຫວໂຄສະນາສືກສາອົບຮົມພໍ່ແມ່ປະຊາຊົນທີ່ຍັງຂາດການປະຕິບັດຕໍ່ມະຕິຄໍາສັ່ງດັ່ງກ່າວທີ່ຂັ້ນເທີງ
    ໄດ້ວາງອອກຢ່າງເຂັ້ມງວດ   ແລະ ໃຫ້ມີຜົນສໍາເລັດສູງສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 10/05/2021