ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊ່ຽວຊານການແພດຈີນຊ່ວຍຕ້ານພະຍາດໂຄວິດ-19 ຢູ່ບາງແຂວງພາກເໜືອຂອງລາວ


     ໂດຍຕອບສະໜອງຕາມຄຳຮ້ອງຂໍຈາກຝ່າຍລາວ, ໃນຕອນເຊົ້າວັນທີ 9 ພຶດສະພາ 2021ນີ້, ຄະນະຊ່ຽວຊານການແພດຈີນ ໄດ້ມຸ່ງໜ້າໄປສູ່ນະຄອນ
ຫຼວງພະບາງ ທາງພາກເໜືອ ປະເທດລາວ ໂດຍດ່ວນ ເພື່ອຮ່ວມມືກັບຝ່າຍລາວ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຕາມແຂວງທີ່ມີຜູ້ຕິດ
ເຊື້ອ. ຄະນະຊ່ຽວຊານການແພດຈີນ ປະກອບມີຊ່ຽວຊານໃນຂົງເຂດດັບເຊື້ອ, ການກວດກາໃນຫ້ອງທົດລອງ, ການຄຸ້ມຄອງການຊຶມເຊື້ອ ແລະ ແພດສາດ
ອາການໜັກ ໂດຍອີງຕາມສະພາບການແຜ່ລະບາດຂອງພະຍາດຢູ່ຫຼາຍແຂວງທາງພາກເໜືອຂອງ ສປປ ລາວ.

     ຫົວໜ້າຄະນະຊ່ຽວຊານການແພດຈີນກ່າວວ່າ: ຄະນະຊ່ຽວຊານການແພດຈະແບ່ງເປັນສອງຈຸ, ແຍກອອກເຮັດວຽກເປັນເວລາໜຶ່ງອາທິດຢູ່ແຂວງຫຼວງ
ພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021