ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ມີຜູ້ເສຍຊີວິດ 1 ຄົນ ຈາກພະຍາດໂຄວິດ-19 ແລະ ມີຜູ້ຕິດເຊື້ອເພີ່ມອີກ 69 ຄົນ


     ໃນວັນທີ 09 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ສະຫວັນຄອນ ຊາມຸນ
ຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ນຳສະເໜີກ່ຽວກັບມາດຕະການການປ້ອງກັນການຕິດເຊື້ອ ຢູ່ໃນສະຖານທີ່ບໍ
ລິການຕ່າງໆ ພ້ອມທັງ ຊີ້ແຈງຂ່າວລືໃນສື່ສັງຄົມອອນລາຍ ແລະ ຮສ. ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ນຳສະເໜີ
ກ່ຽວກັບ ກໍລະນີເສຍຊີວິດຈາກພະຍາດໂຄວິດ-19, ອີງຕາມການລາຍງານຂອງຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ
ການລະບາດຂອງພະຍາດ COVID-19, ໄດ້ໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນວັນທີ 08 ພຶດສະພາ 2021 ໄດ້ເກັບຕົວ
ຢ່າງມາກວດວິເຄາະ ທັງໝົດ 6,827 ຕົວຢ່າງ ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 69 ຄົນ, ລາຍລະອຽດຄື: ນະຄອນຫຼວງ 16 ຄົນ, ຈໍາປາສັກ 3
ຄົນ, ບໍ່ແກ້ວ 46 ຄົນ ແລະ ສະຫວັນນະເຂດ 4 ຄົນ. ມາເຖິງປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອ ທັງໝົດ 1,302 ຄົນ (ໃໝ່ 69), ເສຍຊີວີດ 1 ຄົນ, ໃນ
ຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 232 ຄົນ (ວານນີ້ປິ່ນປົວຫາຍດີ 78 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ
ຈົນຄົບກຳນົດຕາມຄຳແນະນຳຂອງແພດ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,069 ຄົນ + ລາຍລະ
ອຽດຂອງຜູ້ຕິດເຊື້ອໃໝ່ 69 ຄົນ (ກໍລະນີຢັ້ງຢືນທີ 1,234 – 1,302) - ສຳລັບຄົນເຈັບຕິດເຊື້ອໃໝ່ 69 ຄົນ (ນະຄອນຫຼວງ 16 ຄົນ, ຈໍາປາສັກ 3 ຄົນ,
ບໍ່ແກ້ວ 46 ຄົນ ແລະ ສະຫວັນນະເຂດ 4 ຄົນ), ໃນນັ້ນ 62 ຄົນ ແມ່ນຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າທີ່ຜ່ານມາ ແລະ 07 ຄົນ ແມ່ນກໍລະ
ນີນຳເຂົ້າຈາກຕ່າງປະເທດ (ແຂວງສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 3 ຄົນ). - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງ
ສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້
ບັນດາທ່ານຮັບຊາບຕື່ມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021