ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານກົມມະດຳ ເປີດກອງປະຊຸມອານຸກຳມະການສອບເສັງລະດັບຊາດ


ພົນຕີ ປະສິດ ທ່ຽງທຳ ເປັນປະທານກອງປະຊຸມອານຸກຳມະການສອບເສັງລະດັບຊາດຄັ້ງທີ 1 ຢູ່ວິທະຍາຄານກົມມະດຳ

     ໃນວັນທີ 6 ມິຖຸນາ 2019 ນີ້, ວິທະຍາຄານກົມມະດຳ ໄດ້ຈັດຕັ້ງເປີດກອງປະຊຸມອານຸກຳມະການສອບເສັງລະດັບຊາດ ຄັ້ງທີ 1 ຂຶ້ນ, ພາຍໃຕ້ການເປັນປະທານຂອງ
ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ກຳມະການຄະ
ນະພັກກະຊວງ, ຫົວໜ້າການທະຫານວິທະຍາຄານກົມມະດຳ, ບັນດາຄະນະກົມໃຫຍ່, ກົມນ້ອຍ, ກົມວິຊາສະເພາະອ້ອມຂ້າງຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະ
ນະພັກ-ຄະນະອຳນວຍການ ແລະ ຄະນະວິຊາຄູວິທະຍາຄານກົມມະດຳເຂົ້າຮ່ວມ.

     ສະຫາຍ ພັນເອກ ສັງມະນີ ຈິດລະວົງ ຮອງອຳນວຍການ, ຫົວໜ້າຫ້ອງການອົບຮົມກໍ່ສ້າງ ວກ ໄດ້ຜ່ານບົດລາຍງານການເຄື່ອນໄຫວສອບເສັງຈົບຊັ້ນໃຫ້ນັກສຶກ
ສາ 3 ລະບົບຄື: ນັກຮຽນກໍ່ສ້າງປະລິນຍາຕີ ຊຸດທີ 14 ຈຳນວນ 10 ເຫຼົ່າຮົບ, ສ້າງຄູການທະຫານ ຊຸດທີ 7, ກໍ່ສ້າງນາຍສິບ 5 ເຫຼົ່າຮົບ ຊຸດທີ 24, ວິຊາສະເພາະແຜນ ທີ່
ຊຸດທີ 13, ກໍ່ສ້າງສາຍນຳພາ-ບັນຊາລະບົບ 10 ເດືອນ ແລະ ລະບົບ 6 ເດືອນ ໂຄງການຫຼັກສູດການຮຽນ-ການສອນຂອງນັກຮຽນກໍ່ສ້າງມະຫາວິທະຍາໄລລະບົບ 4 ປີ.
ໃນກອງປະຊຸມຍັງໄດ້ອ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1040/ກສນ ລົງວັນທີ 8 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງປະທານຄະນະປະ
ທານ ແລະ ຫົວໜ້າກຳມະການສອບເສັງຈົບຊັ້ນນັກຮຽນກໍ່ ສ້າງ 4 ປີ ຊຸດທີ 14 ຈຳນວນ 10 ເຫຼົ່າຮົບວິຊາສະເພາະ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
ວ່າດ້ວຍການປິດຊຸດຮຽນສຳລັບນັກ ຮຽນກໍ່ສ້າງມະຫາວິທະຍາໄລລະບົບ 4 ປີ 3 ເປົ້າໝາຍຄື: ສ້າງຄູການທະຫານກໍ່ສ້າງໄລຍະສັ້ນລະບົບ 1 ປີ ແລະ 5 ເຫຼົ່າຮົບຢູ່ ວກ ສົກ
ປີ 2018-2019. ຜູ້ເຂົົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືເຖິງບັນດາເນື້ອໃນຄຳຖາມ, ຄຳຕອບ, ຫົວບົດສອບເສັງ ແລະ ມາດຕະຖານຂອງນັກສຶກສາມະ
ຫາວິທະຍາໄລ 4 ປີ ແລະ ສ້າງຄູການທະຫານ ຊຸດທີ 5, ກໍ່ສ້າງນາຍສິບ 5 ເຫຼົ່າຮົບ ຊຸດທີ 25, ແຜນທີ່ ຊຸດທີ 13 ເຂົ້າສອບເສັງຈົບຊັ້ນລະດັບຊາດສົກຮຽນ 2018-2019.