ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການຈັດຕັ້ງ​ເຜີຍ​ແຜ່​ກົດໝາຍການສໍ້ລາດ​ບັງຫຼວງ


ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ປະທານກວດກາພັກກົມໃຫຍ່,
ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ

     ໃນວັນທີ 5 ມິຖຸນາ 2020 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍການສໍ້ລາດບັງຫຼວງຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດ
ຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ປະທານກວດກາພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີບັນດາກົມ, ຫ້ອງ
ການ, ພະແນກການ, ຄະນະພັກ-ຄະນະບັນຊາ,ພະນັກງານກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ ທີ່ຂຶ້ນກັບກົມໃຫຍ່ພະລາທິການເຂົ້າຮ່ວມ.

     ໃນພິທີ, ຄະນະຮັບຜິດຊອບເຜີຍແຜ່ກົດໝາຍກົມໃຫຍ່ພະລາທິການ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ດໍາລັດຕ່າງໆເຊັ່ນ: ກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງ,
ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງເຊິ່ງປະກອບມີ 10 ໝວດ, 64 ມາດຕາ, ເອກະສານ 14 ຂໍ້ຫ້າມ ຂອງພະນັກ
ງານ, ເອກະສານການແຈ້ງຊັບສິນ ຫຼື ໜີ້ສິນ, ດໍາລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງແຕ່ ປີ 2012-2020
ເຊິ່ງປະກອບ ມີ 4 ພາກຄື: ສະພາບແວດລ້ອມ ແລະ ຄວາມຈໍາເປັນຂອງການວາງຍຸດທະສາດ, ຈຸດປະສົງ, ຄາດໝາຍ, ທັດສະນະ ແລະ ທິດນໍາ, ເນື້ອໃນ, ວິທີການຕ້ານ
ການສໍ້ລາດບັງຫຼວງ ແລະ ມາດຕະການຈັດຕັ້ງປະຕິບັດ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ໂອ້ລົມຕໍ່ພິທີ
ໂດຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນກ່ຽວກັບວຽກງານກວດກາພັກ-ລັດ, ເປັນຕົ້ນແມ່ນກົດໝາຍ ວ່າດ້ວຍການສໍ້ລາດບັງຫຼວງ ແລະ ເນື້ອໃນເອກະສານ ທີ່ສໍາຄັນ
ຕ່າງໆ ທີ່ກ່ຽວຂ້ອງເຊິ່ງຄະນະຮັບຜິດຊອບໄດ້ຂຶ້ນ ເຜີຍແຜ່ໄປແລ້ວນັ້ນລ້ວນແລ້ວແຕ່ມີຄວາມໝາຍສໍາຄັນກ່ຽວກັບບັນດານິຕິກໍາຕ່າງໆ ຂອງກົດໝາຍທີ່ນາຍ ແລະ ພົນ
ທະຫານ ຫຼື ສັງຄົມໃນທຸກຊັ້ນຄົນຈະຕ້ອງໄດ້ພ້ອມກັນປະຕິບັດ, ກໍາແໜ້ນເຊື່ອມຊຶມຕໍ່ກົດໝາຍດັ່ງກ່າວ ເພື່ອພ້ອມກັນນໍາໄປໝູນໃຊ້ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງ
ກັບວຽກງານຕົວຈິງ, ໂດຍສະເພາະແມ່ນຂະແໜງການກວດກາພັກ-ລັດ ຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວນີ້ຢ່າງເຂັ້ມງວດ ແລະ ຂໍຮຽກຮ້ອງໃຫ້ ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານກວດກາພັກ-ລັດ, ເພີ່ມທະວີການດໍາເນີນຊີວິດການເມືອງປັບປຸງປົວແປງພັກ, ຕອບຕ້ານການເສື່ອມ
ຖອຍຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ການຂາດຄວາມເປັນແບບຢ່າງ, ການດໍາລົງຊີວິດທີ່ບໍ່ປອດໃສ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ, ລະເມີດຕໍ່
ລະບຽບກົດໝາຍ, ເຮັດວຽກງານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ເປັນເສນາທິການໃຫ້ ຄະນະ ພັກຂັ້ນເທິງໃນການເອົາໃຈໃສ່, ແກ້ໄຂບັນຫາການສໍ້
ລາດບັງຫຼວງແມ່ນຄວາມຮັບຜິດຊອບ ໂດຍກົງທຸກການຈັດຕັ້ງໃນສັງຄົມ, ສະນັ້ນ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ຄະນະ
ພັກ-ຄະນະບັນຊາທຸກຂັ້ນ ຈົ່ງພ້ອມກັນຮີບຮ້ອນນໍາເອົາເນື້ອໃນຜົນສໍາເລັດຂອງການເຜີຍແຜ່ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ແກ່ພະນັກງານ-ສະມາຊິກພັກ, ນັກຮົບ
ຢູ່ໃນກົມກອງຂອງຕົນໃຫ້ມີຄວາມຮັບຮູ້ກໍາແໜ້ນເຊື່ອມຊຶມເຂົ້າໃຈຢ່າງລະອຽດຈະແຈ້ງຕໍ່ກົດໝາຍດັ່ງກ່າວ.